ກອງປະຊຸມກວດກາຄືນ ການຈັດຕັ້ງສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງອະນຸກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ, ມີຄະນະນຳກະຊວງ, ອົງການ, ນະຄອນຫລວງວຽງຈັນ, ບັນດາກົມກອງທີ່ກ່ຽວຂ້ອງ ແລະ ເລຂາຊ່ວຍວຽກ ຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະຮັບຜິດຊອບ ຊີ້ນຳກ້ອນກໍາລັງສວນສະໜາມ ແລະ ສະຖານທີ່ຜາມໄຊ ໄດ້ລາຍງານການຈັດຕັ້ງຫັດແອບ ກໍາລັງກ້ອນສວນສະໜາມ ແລະ ກະກຽມວຽກງານຈັດຕັ້ງສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍຫຍໍ້ກ່ຽວກັບບັນດາໜ້າວຽກໃນຄວາມຮັບຜິດຊອບ ຂອງກະຊວງປ້ອງກັນປະເທດວ່າ: ສໍາລັບກຳລັງ ປກຊ ໄດ້ຈັດຕັ້ງກຳລັງເຂົ້າຫັດແອບເລີ່ມແຕ່ ວັນທີ 8 ກັນຍາ 2025 ເປັນຕົ້ນມາ ຊຶ່ງໄດ້ແບ່ງເປັນ 2 ສູນໃຫຍ່ ຄື: ສູນກົມມະດໍາ ມີ 5 ກ້ອນ ແລະ ສູນຫລັກ 27 ມີ 4 ກ້ອນ. ນອກນັ້ນ, ຍັງມີ 9 ກ້ອນ ທີ່ຫັດແອບຢູ່ກົມກອງ ຄື: ກອງພັນໃຫຍ່ 279, ກອງພັນໃຫຍ່ 11, ກອງພັນໃຫຍ່ 497, ກອງພັນໃຫຍ່ 605, ກອງພັນໃຫຍ່ 703, ໂຮງຮຽນ 301, ໂຮງງານ 209 ແລະ ວິທະຍາຄານພະລາທິການ. ໃນໄລຍະຜ່ານມາ ໄດ້ຈັດຕັ້ງຫັດແອບລວບລວມປະສານກ້ອນກອງທັບແລ້ວ 4 ຄັ້ງ ຢູ່ເດີ່ນຫັດແອບສວນສະໜາມວິທະຍາຄານນາຍທະຫານບົກກົມມະດຳ (ເລີ່ມແຕ່ການເດີນ ຂອງຈຸທຸງຊາດ-ທຸງພັກ ຮອດກ້ອນນັກຮຽນນ້ອງນ້ອຍ) ແລະ ໄດ້ມີການຖອດຖອນບົດຮຽນ ຫາວິທີແກ້ໄຂ, ມອບໃຫ້ຄະນະຊີ້ນໍາ, ຄູຝຶກບັນດາກ້ອນສວນສະໜາມສືບຕໍ່ກວດກາປັບປຸງການຫັດແອບຕາມຫລັກການ ແລະ ການຊີ້ນໍາ. ມາຮອດປັດຈຸບັນ, ບັນດາໜ້າວຽກໃນຄວາມຮັບຜິດຊອບ ຂອງກະຊວງປ້ອງກັນປະເທດ ແມ່ນມີຄວາມພ້ອມໃນທຸກດ້ານ. ຈາກນັ້ນ, ບັນດາສະຫາຍ ຄະນະອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນຂຶ້ນລາຍງານການກະກຽມຄວາມພ້ອມໃນທຸກດ້ານ ຂອງບັນດາໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອປັບປຸງແກ້ໄຂບັນດາໜ້າວຽກຕ່າງໆ ທີ່ຍັງຄົງຄ້າງ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ ເພື່ອຮັບປະກັນໃຫ້ການເດີນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 2 ທັນວາ 2025 ນີ້ ໃຫ້ມີຄວາມເປັນເອກະພາບສູງ, ຈົບງາມ ແລະ ເຂັ້ມແຂງ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳ ແລະ ຕອບຄຳສະເໜີ ຂອງບັນດາສະຫາຍອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນ ທີ່ໄດ້ພ້ອມກັນມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ຢ່າງກົງໄປກົງມາ ໃນການກະກຽມຈັດຕັ້ງສະເຫລີມ ສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ. ພ້ອມທັງ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍອະນຸກຳມະການ, ຄະນະຮັບຜິດຊອບ ແລະ ກຳລັງແຕ່ລະພາກສ່ວນ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການຈັດຕັ້ງສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສໍາເລັດຕາມແຜນການດ້ວຍໝາກຜົນອັນຈົບງາມ.
ຂ່າວ: ເພັດ ສົມນໍວັນ

