Wednesday, October 29, 2025
Homeຂ່າວການເມືອງການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫລົດໃຈ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫລວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການສູນເສຍບຸກຄົນທີ່ເຄົາລົບຮັກ ຂອງປວງຊົນຊາວໄທ, ເຊິ່ງມີເນື້ອໃນດັ່ງລຸ່ມນີ້: “ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ແຫ່ງ ຣາຊະອານາຈັກໄທ.

ການຈາກໄປຂອງ ພະອົງ ບໍ່ພຽງແຕ່ເປັນການສູນເສຍ “ແມ່ຜູ້ຍິ່ງໃຫຍ່” ທີ່ເປັນມິ່ງຂວັນ, ເປັນທີ່ເຄົາລົບຮັກ ແລະ ເທີດທູນສັກກາລະ ຂອງປວງຊົນຊາວໄທທັງຊາດເທົ່ານັ້ນ ແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະຊາຊົນລາວ ອີກດ້ວຍ.

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະບໍລົມວົງສານຸວົງທຸກພະອົງ ແລະ ປວງຊົນຊາວໄທ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ຈົ່ງໄປສູ່ສຸຄະຕິ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments