Wednesday, October 29, 2025
Homeຂ່າວພາຍໃນນະຄອນ ຫຼວງພະບາງ ຄວ້າລາງວັນໃຫຍ່ລະດັບໂລກ ດ້ານການທ່ອງທ່ຽວຍືນຍົງ ຈາກ ດູໄບ, ສະຫະລັດອາຣັບເອມິເຣດ

ນະຄອນ ຫຼວງພະບາງ ຄວ້າລາງວັນໃຫຍ່ລະດັບໂລກ ດ້ານການທ່ອງທ່ຽວຍືນຍົງ ຈາກ ດູໄບ, ສະຫະລັດອາຣັບເອມິເຣດ

————————

ນະຄອນ ຫຼວງພະບາງ ໄດ້ສ້າງປະຫວັດສາດຄັ້ງທໍາອິດທີ່ສຳຄັນ ໂດຍການຄ້ວາລາງວັນ “ຈຸດໝາຍປາຍທາງການທ່ອງທ່ຽວຍືນຍົງຂອງໂລກ” (Green Destinations) ໃນລະດັບ ຂັ້ນເງິນ (Silver Award) ສໍາລັບປີ 2025-2027. ພິທີມອບລາງວັນໄດ້ຈັດຂຶ້ນໃນງານສໍາມະນາຈຸດໝາຍປາຍທາງ ການທ່ອງທ່ຽວຍືນຍົງ ປະຈໍາປີ 2025 (Sustainable Destinations Forum) ທີ່ນະຄອນ ດູໄບ ປະເທດ ສະຫະລັດອາລັບເອເມເລັດ.

ເຂົ້າຮ່ວມຮັບລາງວັນຄັ້ງນີ້ ໂດຍການນໍາພາຂອງທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າ ພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ. ສໍາລັບລະດັບ ລາງວັນຂັ້ນເງິນ (Silver Award) ເປັນຂັ້ນທີ່ສູງກວ່າ ລາງວັນ Top 100 Stories ທີ່ຫຼວງພະບາງ ເຄີຍໄດ້ຮັບໃນປີຜ່ານມາ. ລາງວັນນີ້ໄດ້ຮັບການຢັ້ງຢືນຈາກອົງການທ່ອງທ່ຽວສີຂຽວ (Green Destinations) ທີ່ຖືກຮັບຮອງໂດຍສະພາການທ່ອງທ່ຽວໂລກ (GSTC). ສ່ວນລະດັບຂັ້ນລະກັບລາງວັນດັ່ງກ່າວ ປະກອບມີ 5 ລະດັບຄື: ຂັ້ນທອງແດງ( Bronze ),ຂັ້ນເງິນ silver ,ຂັ້ນຄໍາ GOLD,ຂັ້ນຄໍາຂາວ Platinum ແລະການຢັ້ງຢືນ ທີ່ເປັນຈຸດໝາຍປາຍທາງທີ່ຍຶນຍົງ Certification. ນີ້ແມ່ນການໄດ້ຮັບລາງວັນຄັ້ງທໍາອິດຂອງປະເທດລາວ ແລະ ເປັນປະເທດທໍາອິດໃນກຸ່ມ CLMV (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ) ທີ່ໄດ້ຮັບລາງວັນດັ່ງກ່າວ. ເປົ້າໝາຍຕໍ່ໄປ: ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເປີດເຜີຍວ່າ: ແຜນການໃນປີ 2026 ແມ່ນຈະສຸມໃສ່ປັບປຸງຕາມມາດຕະຖານເພີ່ມເຕີມ ເພື່ອຂໍການຢັ້ງຢືນໃນຂັ້ນສູງກວ່າໃນອະນາຄົດ.

ລາງວັນນີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ໃນການປົກປັກຮັກສາມໍລະດົກໂລກ ແລະ ການພັດທະນາການທ່ອງທ່ຽວ ທີ່ມີຄຸນນະພາບສູງຕາມຫຼັກການຍືນຍົງ ຂອງອົງການປົກຄອງແຂວງ-ນະຄອນ ແລະ ບັນດາ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ໃຫ້ຄວາມສໍາຄັນຕະຫຼອດມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments