——————
ຮ່າໂນຍ, 23 ຕຸລາ – ຄະນະຜູ້ແທນລາວ ນຳໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ເຂົ້າພົບປະເຮັດວຽກກັບ ສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ (Institute of Journalism and Communication) ທີ່ນະຄອນຫຼວງຮ່າໂນຍ, ເພື່ອປຶກສາຫາລື ແລະ ເພີ່ມທະວີການຮ່ວມມືໃນການບຳລຸງສ້າງບຸກຄະລາກອນສື່ມວນຊົນ.
ສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ໄດ້ສ້າງຕັ້ງຂຶ້ນໃນປີ 1962 ແລະ ເລີ່ມເປີດຮັບນັກສຶກສາ ແລະ ພະນັກງານລາວ ເຂົ້າສຶກສາຮ່ຳຮຽນນັບແຕ່ປີ 1992.
ມາຮອດປະຈຸບັນ, ສະຖາບັນດັ່ງກ່າວໄດ້ບຳລຸງສ້າງນັກສຶກສາ ແລະ ພະນັກງານລາວສຳເລັດແລ້ວເຖິງ 700 ຄົນ.
ການຝຶກອົບຮົມ: ໃນຊ່ວງປີ 2012 ຫາ 2019, ໄດ້ມີການຈັດຊຸດຝຶກອົບຮົມຮ່ວມກັບສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຈຳນວນ 6 ຊຸດ, ມີຜູ້ເຂົ້າຮ່ວມທັງໝົດ 132 ຄົນ.
ພາຍຫຼັງການຢຸດຊົ່ວຄາວເນື່ອງຈາກສະພາບໂຄວິດ-19, ການຝຶກອົບຮົມໄດ້ສືບຕໍ່ຄືນໃໝ່ໃນປີ 2023-2024 (2 ຊຸດ) ແລະ ມີຊຸດອົບຮົມອີກ 1 ຊຸດ ໃນເດືອນຕຸລາ 2025, ໂດຍມີສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ທິດທາງການຮ່ວມມືໃນຕໍ່ໜ້າໄດ້ສະເໜີໃຫ້:
ເພີ່ມຈຳນວນນັກສຶກສາ: ສະເໜີໃຫ້ລາວສົ່ງນັກສຶກສາມາຮຽນຫຼາຍກວ່າເກົ່າ ແລະ ໃຫ້ເຂົ້າຮຽນໃນຫຼາຍຂະແໜງການ, ເນື່ອງຈາກສະຖາບັນມີເຖິງ 32 ຂະແໜງການ, ແຕ່ຜ່ານມາ ນັກສຶກສາລາວຮຽນພຽງ 5-6 ຂະແໜງການເທົ່ານັ້ນ.
ສະເໜີໃຫ້ສ້າງຕັ້ງສະມາຄົມອະດີດນັກສຶກສາລາວທີ່ຈົບຈາກສະຖາບັນແຫ່ງນີ້.

ຝ່າຍລາວໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງຝ່າຍຫວຽດນາມ ແລະ ຈະນຳເອົາຄຳສະເໜີດັ່ງກ່າວສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາຄົ້ນຄວ້າ ເພື່ອຄັດເລືອກເອົານັກສຶກສາມາຮຽນໃຫ້ຫຼາຍຂະແໜງການຂຶ້ນ, ພ້ອມທັງສືບຕໍ່ເຊັນ MOU (ບົດບັນທຶກຄວາມເຂົ້າໃຈ) ຮ່ວມກັນເພື່ອຍົກລະດັບວຽກງານໂຄສະນາ ແລະ ສື່ມວນຊົນໃຫ້ມີຄຸນນະພາບຍິ່ງຂຶ້ນ.
ໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ສະຖາບັນທີ່ໃຫ້ການຊ່ວຍເຫຼືອ, ບຳລຸງ, ກໍ່ສ້າງບຸກຄະລາກອນລາວມາໂດຍຕະຫຼອດ, ເພື່ອເຮັດໃຫ້ວຽກງານສື່ມວນຊົນລາວມີການພັດທະນາດີຂຶ້ນເລື້ອຍໆ.
—————–
ຮູບ:ສຳນານ

