Wednesday, October 29, 2025
Homeຂ່າວການເມືອງສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

—————————

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ), ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 28 ຕຸລານີ້. ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການທີ່ເປັນຕົວແທນຈາກກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຮາກຖານການຜະລິດຕ່າງໆໃນທົ່ວປະເທດຈໍານວນ 389 ສະຫາຍ ຍິງ 91 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ.

ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງເລຂາພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ແຈ້ງຜົນຂອງກອງປະຊຸມວ່າ: ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສກລ ຊຶ່ງມີຜູ້ສະໝັກ 66 ສະຫາຍ, ເລືອກເອົາ 61 ສະຫາຍ ຍິງ 20 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບກັນເລືອກເອົາສະຫາຍ ເລັດ ໄຊຍະພອນ ເປັນປະທານຄະນະບໍລິຫານງານ ສກລ, ເລືອກເອົາ ສະຫາຍ ພອນສານ ວິໄລເມັ້ງ, ສະຫາຍ ວິໄລ ວົງຂະເສີມ ແລະ ສະຫາຍ ທອງຈັນ ພູມີພັນ ເປັນຮອງປະທານຄະນະບໍລິຫານງານ ສກລ ແລະ ເລືອກເອົາສະຫາຍ ວິໄລ ວົງຂະເສີມ ເປັນປະທານກວດກາ ຄະນະບໍລິຫານງານ ສກລ, ເລືອກເອົາສະຫາຍນາງ ສາຍປານີ ສົມຊະນິດ ເປັນຮອງປະທານກວດກາຄະນະບໍລິຫານງານ ສກລ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ເປັນກຳມະການກວດກາ.

ໂອກາດນີ້, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານ ສກລ ຊຸດໃໝ່ ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ໃຫ້ບັນດາສະຫາຍຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ເທື່ອນີ້ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກໍາລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ, ສະມາຊິກກໍາມະບານ, ກໍາມະກອນຊາວຜູ້ອອກແຮງງານໃຫ້ທົ່ວເຖິງເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເອກະພາບຕໍ່ເນື້ອໃນ, ຄາດໝາຍສູ້ຊົນໃນຕໍ່ໜ້າເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາພາຍູ້ຂະບວນການຕົວຈິງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານກໍາມະບານ. ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານ ສກລ ກໍຄືຄະນະນໍາຂອງສະຫະກໍາມະບານລາວໃຫ້ລະອຽດ, ຈະແຈ້ງເພື່ອນໍາພາ-ຊີ້ນໍາວຽກງານກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືການປະຕິບັດມະຕິກອງປະຊຸມຄັ້ງນີ້ເຂົ້າສູ່ຂະບວນການຕົວຈິງໂດຍໄວ. ຕ້ອງເຊີດຊູຄວາມເປັນເຈົ້າການ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ; ຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຄວາມເປັນແບບຢ່າງ ນໍາໜ້າຕ່າງໆ, ຈິງໃຈຊ່ວຍເຫຼືອກໍ່ສ້າງຊຶ່ງກັນ ແລະ ກັນໃຫ້ມີຄວາມເຂັ້ມແຂງ, ການດໍາລົງຊີວິດຕ້ອງປອດໃສ, ປະຢັດ, ຕ້ານການຟຸ່ມເຟືອຍ, ບໍ່ສ້າງຄວາມເສຍຫາຍມາສູ່ວຽກງານກໍາມະບານ ກໍຄືບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ ແລະ ການຈັດຕັ້ງ. ຄະນະບໍລິຫານງານ ສກລ ຍາມໃດກໍຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການ, ລະບອບແບບແຜນວິທີການນໍາພາ-ວິທີການເຮັດວຽກຕາມກົດລະບຽບ ແລະ ກົດໝາຍຂອງຕົນ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍຕໍ່ວຽກງານກໍາມະບານ; ເດັດຂາດແກ້ໄຂຕໍ່ການປະພຶດແບບອາດຍາສິດຂາດຄວາມເປັນແບບຢ່າງ, ຕ້ອງສ້າງໄດ້ຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍໃນຄະນະບໍລິຫານງານ ສກລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments