ໃນວັນທີ 27 ຕຸລາ 2025 ນີ້, ທີ່ຫ້ອງວ່າການ ແຂວງ ຫລວງພະບາງ ທ່ານ ນາງ ອີລິດສະເບດ ຈູງ (Elizabeth Jung) ຊ່ຽວຊານການພັດທະນາຕົວເມືອງ ຈາກທະນາຄານ ພັດທະນາ ອາຊີ (ADB ) ພ້ອມດ້ວຍຄະນະ ແລະຜູ້ປະສານງານຝ່າຍລາວ ໄດ້ເຂົ້າພົບ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງ ຫລວງພະບາງ ໂດຍມີຕາງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອີລິດສະເບດ ຈູງ ກ່າວວ່າ: ຈຸດປະສົງການພົບປະຄັ້ງນີ້ ເພື່ອ ລາຍງານສະພາບການຈັດຕັ້ງປະຕິບັດ ໂຄງການປັບປຸງສິ່ງແວດລ້ອມ ໃນນະຄອນ ຫຼວງພະບາງ ທີ່ໄດ້ຮັບທຶນຈາກທະນາຄານ ADB ໂດຍນຳໃຊ້ງົບປະມານທັງໝົດ 45ລ້ານ ໂດລາ. ໃນນັ້ນເປັນເງິນຊ່ວຍເຫຼືອລ້າ 10ລ້ານ ໂດລາ ແລະກູ້ຢືມ 35ລ້ານ ໂດລາ. ໂຄງການນີ້ມີ 3 ອົງປະກອບຫຼັກຄື: ປັບປຸງໂຄງລ່າງພື້ນຖານຕົວເມືອງ. ເສີມສ້າງສະພາບແວດລ້ອມ ສຳລັບບໍລິການຕົວເມືອງ ແລະ ການທ່ອງທ່ຽງ ໃຫ້ມີຄວາມເຂັ້ມແຂວງ ແລະທົນທານ. ເສີມຂະຫຍາຍການນຳພາ ແລະການຈ້າງງານເພດຍິງໃຫ້ຫຼາຍຂື້ນ.

ໂອກາດດັ່ງກ່າວນີ້ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະໄດ້ລາຍງານຜົນຂອງກອງປະຊຸມຄະນະຊີ້ນຳຂັ້ນສູງກາງ ແລະຂັ້ນແຂວງ ໃນວັນທີ 22 ຕຸລາ ຜ່ານມາ ທີ່ ນະຄອນ ຫຼວງພະບາງ, ເຊີ່ງຍົກໃຫ້ເຫັນດ້ານດີ ແລະສິ່ງທ້າທາຍ ແລະແນວທາງການຈັດຕັ້ງປະຕິບັດ ໂຄງການປັບປຸງສິ່ງແວດລ້ອມ ນະຄອນ ຫຼວງພະບາງ ທີ່ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ.ໃນກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ແລກປ່ຽນຄວາມເຫັນໃສ່ແຕ່ລະເນື້ອໃນ ຕາມການສະເໜີຂອງຄະນະກົມເຄຫາຫາ ແລະຜັງເມືອງ ແລະຄະນະຮັບຜິດຊອບໂຄງການ.
ການພົບປະຄັ້ງນີ້ ການນໍາແຂວງຫຼວງພະບາງ ແລະຄະນະຜູ້ແທນ ທະນາຄານ ADB ຍັງເຫັນດີຮ່ວມກັນ ເພື່ອໃຫ້ໂຄງການປັບປຸງສິ່ງແວດລ້ອມຕົວເມືອງຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະສຳເລັດຕາມແຜນການທີ່ວາງໄວ້ອີກດ້ວຍ.

