Wednesday, October 29, 2025
Homeຂ່າວຕ່າງປະເທດຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຢູ່ໃນອາຊຽນ ຢ່າງເປັນທາງການ

ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຢູ່ໃນອາຊຽນ ຢ່າງເປັນທາງການ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 26 ຕຸລາ, ທ່ານ ອັນວາຣ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໃນຖານະ ປະທານ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດຮັບຮອງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຂອງປະຊາຄົມ ຢ່າງເປັນທາງການ , ຫລັງຈາກ ສຳເລັດ ໃນພິທີລົງນາມ ສັນຍາຮັບຮອງ ການເປັນສະມາຊິກ ຂອງ ຕີມໍແລັດສະເຕ.

ໂດຍທ່ານ ອັນວາຣ ອິມບຣາຮີມ ກ່າວວ່າ: ການທີ່ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ອາຊຽນຢ່າງເປັນທາງການ ຖືເປັນ ການເຕີມເຕັມ ຄອບຄົວອາຊຽນ ໃຫ້ສົມບູນ. ຄຽງຄູ່ກັນນັ້ນ ທ່ານ ຍັງໄດ້ເນັ້ນໜັກເຖິງ ຊະຕາກຳຮ່ວມກັນ ຂອງພາກພື້ນ ແລະ ຄວາມຮູ້ສຶກ ອັນເລິກເຊິ່ງຂອງ ການເປັນ ຍາດຕິໃນພາກພື້ນ. ນອກນີ້ ຜູ້ນຳມາເລເຊຍ ຍັງກ່າວວ່າ ພາຍໃນປະຊາຄົມແຫ່ງນີ້ ການພັດທະນາ ແລະ ການເປັນເອກະລາດ ທາງຍຸດທະສາດ ຂອງ ຕີມໍແລັດສະເຕ ຈະໄດ້ຮັບການສະໜັບສະໜູນ ຢ່າງໝັ້ນຄົງ ແລະ ຍືນຍົງ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments