Thursday, October 30, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ກົວລາລຳເປີ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ກົວລາລຳເປີ

ໃນວັນທີ 27 ຕຸລາ 2025 ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20, ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.

ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 26 ໄດ້ທົບທວນການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ແລະ ກຳນົດທິດທາງຮ່ວມມືໃນຕໍ່ໜ້າ. ບັນດາຜູ້ນຳຂອງອາຊຽນ ແລະ ສ ເກົາຫລີ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສ ເກົາຫລີ (2021-2025) ແລະ ໄດ້ສະແດງຄວມຍິນດີຕໍ່ກັບການຮັບຮອງເອົາແຜນປະຕິບັດງານອາຊຽນ-ສ ເກົາຫລີ ສະບັບໃໝ່ (2026-2030). ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ກອງປະຊຸມ ໄດ້ປຶກສາຫາລືເພື່ອຜັນຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ສ ເກົາຫລີ ໃຫ້ເປັນຮູບປະທຳ ໂດຍຜ່ານການຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ເສດຖະກິດດີຈີຕອນ,​ ການເຊື່ອມຈອດດ້ານຕ່ອງໂສ້ການສະໜອງ, ຈຸນລະວິສາຫະກິດ, ການສຶກສາ, ສາທາລະນະສຸກ, ກະສິກຳ, ການປ່ຽນແປງດິນຟ້າອາກາດ ແລະ ການຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ການຕ້ານອາຊະຍາກຳຂ້າມຊາດ, ອາຊະຍາກຳທາງໄຊເບີ, ການຫລອກລວງສໍ້ໂກງທາງອອນລາຍ ແລະ ອື່ນໆ.

ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28 ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອແນໃສ່ເສີມສ້າງຄວາມເຂັ້ມແຂງ ແລະ ຮັບມືກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມກັນ. ໃນນີ້, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ພ້ອມທັງຊຸກຍູ້ການຮ່ວມມື ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມອາຊຽນບວກສາມ ເປັນຕົ້ນແມ່ນກອງທຶນການຮ່ວມມືຫລາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດນະວັດຕະກໍາ, ພະລັງງານສະອາດ, ການຫັນປ່ຽນເປັນດີຈິຕອນ, ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເງິນ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ ແລະ ການຄໍ້າປະກັນສະບຽງອາຫານ. ຕອນທ້າຍກອງປະຊຸມ ໄດ້ມີການຮັບຮອງເອົາ ຖະ​ແຫລງ​ການ​ຜູ້​ນຳ​ອາ​ຊຽນ​ບວກ​ສາມ ວ່າ​ດ້ວຍການ​ຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ ແລະ ການເງິນພາກພື້ນ.

ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ໄດ້ສະແດງຄວາມຍິນດີຕໍ່ກັບຄວາມຄືບໜ້າຂອງການພົວພັນຮ່ວມມື ພາຍໃຕ້ຂອງ ອີເອເອັສ ໃນໄລຍະ 2 ທົດສະວັດ ທີ່ຜ່ານມາ ແລະ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງກອງປະຊຸມສຸດຍອດອີເອເອັສ ໃນຖານະທີ່ເປັນເວທີໜຶ່ງດຽວໃນພາກພື້ນ ທີ່ເຕົ້າໂຮມຜູ້ນໍາຈາກຫລາຍພາກພື້ນມາປຶກສາຫາລື ແລະ ຮ່ວມມືກັນໃນບັນດາຂົງເຂດທີ່ທຸກຝ່າຍມີຄວາມສົນໃຈຮ່ວມກັນໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກ ອີເອເອສ ກໍຄື ການຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອສ ສໍາລັບສົກປີ 2024-2028 ຢ່າງເຕັມສ່ວນ ແລະ ມີປະສິດທິພາບ ໂດຍເນັ້ນໃສ່ການຮ່ວມມືທີ່ເປັນບຸລິມະສິດ ຄື: ການຮ່ວມມືດ້ານພະລັງງານ ແລະ ສິ່ງແວດລ້ອມ, ດ້ານເສດຖະກິດ ແລະ ການເຊື່ອມຈອດ-ເຊື່ອມໂຍງດ້ານຕ່ອງໂສ້ການຜະລິດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ສາທາລະນະສຸກ ແລະ ການຫັນໄປສູ່ເສດຖະກິດດີຈິຕອນ, ການຮັບມືກັບໄພພິບັດ ແລະ ການສຶກສາ, ການຕ້ານອາຊະຍາກຳຂ້າມຊາດ ແລະ ອາຊະຍາກຳທາງໄຊເບີ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຜູ້ນໍາ ອີເອເອັສ ຈໍານວນ 2 ສະບັບ ຄື: ຖະ​ແຫລງການກົວ​ລາ​ລຳ​ເປີ ຄົບ​ຮອບ 20 ປີ ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ແລະ ຖະ​ແຫລງ​ການ​ຜູ້ນໍາ ອີເອເອັສ ວ່າດ້ວຍ ການສົ່ງເສີມບົດບາດຂອງຊຸມຊົນ ດ້ານການຮັບມືລ່ວງໜ້າ ເພື່ອກະກຽມຄວາມພ້ອມ ແລະ ການຮັບມືກັບໄພພິບັດ.

ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 15 ໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສປຊ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ແຜນປະຕິບັດງານອາຊຽນ-ສປຊ (2021-2025) ແລະ ໄດ້ສະແດງຄວາມຍິນດີຕໍ່ກັບການຮັບຮອງເອົາແຜນປະຕິບັດງານອາຊຽນ-ສປຊ ສະບັບໃໝ່ (2026-2030). ພ້ອມນີ້, ກອງປະຊຸມ ຍັງໄດ້ຕີລາຄາສູງຕໍ່ກັບຄວາມພະຍາຍາມຂອງອາຊຽນ ໃນການບັນລຸບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງ 2030 ໂດຍຜ່ານການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045 ກໍຄື ຄວາມພະຍາຍາມຂອງ ອາຊຽນ ແລະ ສປຊ ໃນການເຊື່ອມສານ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ພາຍໃຕ້ ຂໍ້ລິເລີ່ມ ວ່າດ້ວຍການສົ່ງເສີມເຊິ່ງກັນ ແລະ ກັນ ສະບັບ 2.0 ເພື່ອສົ່ງເສີມໃຫ້ອາຊຽນ ເປັນພາກພື້ນແຫ່ງການພັດທະນາແບບຍືນຍົງ, ຊຶ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ ກໍຄື ໃນໂລກ. ນອກນີ້, ກອງປະຊຸມ ຍັງໄດ້ເຫັນດີສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ແນໃສ່ການຮັບມືກັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງ ໂດຍສຸມໃສ່ການສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ໂດຍຜ່ານບັນດາກົນໄກຂອງ ສປຊ ແລະ ອາຊຽນ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍ ສັນຍາຄູ່ຮ່ວມມືເສດຖະກິດຮອບທາງດ້ານລະດັບພາກພື້ນ (ອາເຊັບ) ຄັ້ງທີ 5. ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດສັນຍາ ອາເຊັບ ໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ, ໂດຍສະເພາະການຜັນຂະຫຍາຍສັນຍາ ອາເຊັບ ຢ່າງຮອບດ້ານ ເພື່ອສ້າງໂອກາດໃຫ້ປະເທດສະມາຊິກ ສາມາດປະຕິບັດພັນທະສັນຍາຕ່າງໆ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກຈາກນັ້ນ, ກໍຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບ ການພັດທະນາດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ ໂດຍສະພາະ ສິ່ງທ້າທາຍພາຍໃນພາກພື້ນ ຕໍ່ກັບສັນຍາ ອາເຊັບ ໂດຍລວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments