ສຳນັກຂ່າວອິນໂຟເຄວສ: ປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ມິມະຕິເຫັນດີຕໍ່ຂໍ້ສະເໜີຍົກເລິກການນຳເຂົ້າແກັສທຳມະຊາດ ຈາກ ຣັດເຊຍ , ເປັນບາດກ້າວ ສຳຄັນ ໃນຄວາມ ພະຍາຍາມ ຂອງ ອີຢູ ທີ່ຈະຢຸດຕິການເພີ່ງພາ ເຊື້ອໄຟ ຟໍສຊີລ ຈາກ ຣັດເຊຍ ພາຍໃຕ້ ຍຸດທະສາດ REPowerEU.
ຂໍ້ສະເໜີດັ່ງກ່າວ ຈະຫ້າມບໍ່ໃຫ້ປະເທດ ສະມາຊີກ ອີຢູ ນຳເຂົ້າແກັສຈາກ ຣັດເຊຍ ຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ, ໂດຍຈະອະນຸຍາດ ໃຫ້ມີໄລຍະເວລາປ່ຽນຜ່ານ ໄລຍະໜຶ່ງສຳລັບ ສັນຍາທີ່ມີຢູ່ ໃນປັດຈຸບັນ, ໂດຍສັນຍາໄລຍະສັ້ນ ອາດຈະດຳເນີນຕໍ່ໄປໄດ້ ຈົນເຖິງ ວັນທີ 17 ມິຖຸນາປີ 2026 ແລະ ສັນຍາໄລຍະຍາວ ຈະດຳເນີນຕໍ່ໄປຈົນເຖິງ ວັນທີ 1 ມັງກອນ 2028. ຂໍ້ສະເໜີນີ້ ໄດ້ກຳນົດໃຫ້ ບໍລິສັດ ພະລັງງານ ຕ້ອງເປີດເຜີຍ ແຫລ່ງທີ່ມາ ແລະ ໄລຍະເວລາ ຂອງ ສັນຍານຳເຂົ້າແກັສ ທັງໝົດ ເພື່ອຍົກລະດັບຄວາມໂປງໃສ່ ແລະ ການກວດກາ.