ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຣັດເຊຍ ແລະ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ, ປັກຫລັກຊາຍແດນຢຸດຍິງແລ້ວຕ່າງຝ່າຍຖອນທະຫານ ຂອງປະເທດຕົນອອກ. ສື່ມວນຊົນ ຂອງ ສ.ອາເມລິກາ ອະທິບາຍວ່າ: ອີງຕາມແຜນການຂອງ ທ່ານ ໂດນັນ ທຣຳ ໝາຍວ່າດິນແດນສ່ວນຫລາຍ ຂອງເຂດດອນບາສ ຈະຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ. ເຂດດອນບາສ ສ່ວນໃຫຍ່ ລວມທັງລັດດອນເນັດສະກີ ແລະ ລັດລູຮັນສະກີ. ຣັດເຊຍ ແລະ ອູແກຣນ ຍາດແຍ່ງສິດຄວບຄຸມເຂດດອນບາສ ຢ່າງດຸເດືອດ ມາໂດຍຕະຫລອດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ