Home ຂ່າວໜ້າໜຶ່ງ ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ເປີດກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

0

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 ຕຸລາ 2025 ທີ່ສໍານັກງານສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກຳມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການຈຳນວນໜຶ່ງ.

ກອງປະຊຸມຄັ້ງນີ້, ໄດ້ດຳເນີນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ມ້ວນ​ທ້າຍ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຕິດ​ພັນ​ກັບ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ກະ​ຊວງ, ອົງ​ການ, ນະ​ຄອນຫຼວງ ແລະ ແຂວງ; ​ການ​ກະ​ກຽມ​ຄວາມ​ພ້ອມໃນການ​ສະ​ເຫຼີມ​ສະຫຼອງວັນ​ຊາດ ທີ 2 ທັນ​ວາ ຄົບ​ຮອບ 50 ປີ, ວັນ​ເກີດ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ 13 ທັນ​ວາ ຄົບ​ຮອບ 105 ປີ ແລະ ການຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XII ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ, ກວ້າງ​ຂວາງ ເພື່ອ​ຍູ້​ຂະ​ບວນ​ການໃຫ້ແຂງແຮງ​ກ້າວ​ເຂົ້າ​ສູ່ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ ທີ່ຈະເປີດຂຶ້ນໃນຕົ້ນປີ 2026.

ກອງປະຊຸມສູນກາງຄັ້ງນີ້ ຈະໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ໃນ 4 ວຽກ ດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງ, ແຜນການ ປີ 2026; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ກໍຄືການປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ທິດທາງໃນຕໍ່ໜ້າ; ຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2025.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາຕໍ່ການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ ຄົບຖ້ວນ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.

ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນໄປເປັນເວລາ 4 ວັນ ຈົນເຖິງວັນທີ 24 ຕຸລາ 2025 ຈຶ່ງຈະປິດລົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version