Friday, October 24, 2025
Homeຂ່າວຕ່າງປະເທດອາຟຣິກາໃຕ້ ວາງແຜນຈະໃຊ້ງົບ 120 ກວ່າຕື້ໂດລາຊຸກຍູ້ການຫັນປ່ຽນພະລັງງານ

ອາຟຣິກາໃຕ້ ວາງແຜນຈະໃຊ້ງົບ 120 ກວ່າຕື້ໂດລາຊຸກຍູ້ການຫັນປ່ຽນພະລັງງານ

ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 19 ຕຸລານີ້, ກະຊວງໄຟຟ້າ ແລະ ພະລັງງານ ຂອງອາຟຣິກາໃຕ້ ໄດ້ປະກາດ ແຜນການຊັບພະຍາກອນ ສັງລວມປີ 2025 ຂອງອາຟຣິ ກາໃຕ້, ໂດຍລັດຖະບານ ອາຟຣິກາໃຕ້ ວາງແຜນ ຈະໃຊ້ງົບປະມານ 126 ຕື້ກວ່າໂດລາສະຫະລັດ ເພື່ອຊຸກຍູ້ການຫັນປ່ຽນ ດ້ານພະລັງງານ, ເພື່ອແກ້ໄຂບັນຫາການສະໜອງພະລັງງານໄຟຟ້າທີ່ພົບຄວາມຫຍຸ້ງຍາກສຳລັບອາຟຣິກາໃຕ້ ເປັນເວລາຍາວນານມານີ້, ພ້ອມນີ້ ຍັງຊຸກຍູ້ການເຕີບໂຕດ້ານເສດຖະກິດໄປຄວນຄູ່ກັນ.ກະຊວງໄຟຟ້າ ແລະ ພະລັງງານຂອງອາຟຣິກາໃຕ້ ລາຍງານວ່າ: ການສະໜອງ ໄຟຟ້າທີ່ມີຄວາມໝັ້ນທ່ຽງມີຄວາມສຳຄັນທີ່ສຸດຕໍ່ການຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກດ້ານການຂາດໄຟຟ້າໃຊ້ແລະການຟື້ນຟູເສດຖະກິດ. ຖ້າວ່າບໍ່ມີໄຟຟ້າ, ເສດຖະກິດຈະບໍ່ໄດ້ຮັບການເຕີບໂຕ; ຖ້າວ່າບໍ່ສາມາດຮັບປະກັນການສະໜອງໄຟຟ້າ ທີ່ມີຄຸນນະພາບສູງ ແລະ ລາຄາທີ່ສົມເຫດສົມຜົນ, ກໍຈະບໍ່ມີວິສາຫະກິດໃດໆ ຕັດສິນໃຈ ເຂົ້າມາລົງທຶນຢູ່ ອາຟຣິກາໃຕ້./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments