ເມື່ອບໍ່ດົນມານີ້, ລັດຖະບານຣັດເຊຍ ຮ່ວມກັບ ອົງການອາຫານໂລກ (WFP) ໄດ້ນຳເອົານໍ້າມັນກາດອກຕາເວັນ ຈໍານວນ 23 ໂຕນ ແລະ ປ໋ອງປາ 99 ໂຕນ ມາມອບໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ເພື່ອປະກອບສ່ວນສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນ ຢູ່ ສປປ ລາວ ກໍຄື ສະໜອງອາຫານທີ່ມີຄຸນຄ່າທາງໂພຊະນາການ ໃຫ້ແກ່ນັກຮຽນຊັ້ນປະຖົມເຂດທີ່ຂາດແຄນອາຫານໃນທົ່ວປະເທດ, ຕາງໜ້າມອບໂດຍ ທ່ານ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ລາວ, ທ່ານ ມາກ ອັນເດຣ ຜູ້ຕາງໜ້າອົງການຫານໂລກ ປະຈໍາ ລາວ ແລະ ຮັບໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຢ່າງຕໍ່ເນື່ອງ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາ, ທັງເປັນການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ຊຶ່ງເປັນນະໂຍບາຍສຳຄັນຂອງກະຊວງສຶກສາທິການ ແລະ ກິລາ ເພາະໂຄງການດັ່ງກ່າວ ໄດ້ຊ່ວຍເສີມສ້າງໃຫ້ເດັກນ້ອຍໃນໂຮງຮຽນ ໄດ້ຮັບໂພຊະນາການ ແລະ ເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ.

ທ່ານ ວາລາດີເມຍ ກາລີນິນ ໄດ້ກ່າວວ່າ: ການຮັບປະກັນໃຫ້ນັກຮຽນລາວ ໄດ້ຮັບອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ແມ່ນເປັນວິທີທີ່ມີປະສິດທິຜົນ ໃນການປັບສະພາບຮ່າງກາຍ, ຕໍ່ສູ້ກັບການຂາດສານອາຫານ ແລະ ປັບປຸງຊີວິດຂອງເຂົາເຈົ້າ. ສ ຣັດເຊຍ ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການໃຫ້ການຊ່ອຍເຫລືອທາງດ້ານເສດຖະກິດ, ມະນຸດສະທຳ ແລະ ສັງຄົມ ແກ່ ສປປ ລາວ ຢ່າງສະໝໍ່າສະເໝີ.ພ້ອມທັງ ສະແດງຄວາມຫວັງວ່າ ການປະກອບສ່ວນຄັ້ງນີ້, ຈະຊ່ວຍເສີມສ້າງຄວາມພະຍາຍາມຂອງຊຸມຊົນ ທາງດ້ານການພັດທະນາ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຢ່າງຍືນຍົງ ໃນ ສປປ ລາວ.