Thursday, October 23, 2025
Homeຂ່າວການເມືອງເອກອັກຄະລັດຖະທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານຜູ້ອຳນວຍການໃຫຍ່ອົງການອຸຍແນສໂກ

ເອກອັກຄະລັດຖະທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານຜູ້ອຳນວຍການໃຫຍ່ອົງການອຸຍແນສໂກ

ໃນວັນທີ 16 ຕຸລາຜ່ານມານີ້, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນໜັງສືແຕ່ງຕັ້ງຕໍ່ ທ່ານ ນາງ ໂອເດຣ ອາຊູເລ (Audrey Azoulay) ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (United Nations Educational, Scientific and Cultural Organization) ຫຼື UNESCO ເພື່ອດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ອຸຍແນສໂກ ຊຶ່ງມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ຜູ້ອຳນວຍການໃຫຍ່ຕໍ່ການຮັບຕ້ອນອັນອົບອຸ່ນ ແລະ ໄດ້ຢໍ້າຄືນນະໂຍບາຍການຕ່າງປະ ເທດຂອງ ສປປ ລາວ ຊຶ່ງຍາມໃດກໍຢຶດໝັ້ນການພົວພັນຮ່ວມມືແບບຫຼາຍຝ່າຍ ບົນພື້ນຖານຫຼັກການສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ. ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍອົງການອຸຍແນສໂກ ທີ່ມີບົດບາດສຳຄັນໃນວຽກງານການພັດທະນາແບບຍືນຍົງຂອງໂລກ ໂດຍສະເພາະການສົ່ງເສີມການສຶກສາ, ວິທະຍາສາດ ແລະ ວັດທະນະທຳ, ການປົກປັກຮັກສາຄວາມຫຼາກຫຼາຍຂອງວັດທະນະທຳ ແລະ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບອົງການ ເພື່ອບັນລຸເປົ້າໝາຍລວມຂອງອົງການອຸຍແນສໂກ. ນອກຈາກນີ້, ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການອຸຍແນສໂກ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາເປັນຢ່າງດີ ໂດຍສະເພາະຜ່ານບັນດາໂຄງການສົ່ງເສີມການສຶກສາ, ວິທະຍາສາດ, ການຮັບຮອງເອົາ ມໍລະດົກຂອງ ສປປ ລາວ ເປັນມໍລະດົກໂລກ, ລວມທັງປົກປັກຮັກສາ ແລະ ຄຸ້ມຄອງສະຖານມໍລະດົກໂລກຢູ່ ສປປ ລາວ.

ທ່ານ ນາງ Audrey Azoulay ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການມາຮັບໜ້າທີ່ໃໝ່ຂອງທ່ານ ເອກອັກຄະລັດຖະທູດລາວ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບົດບາດຂອງ ສປປ ລາວ ໃນຖານະປະເທດສະມາຊິກໜຶ່ງທີ່ມີຄວາມສຳຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ພາລະກິດລວມຂອງອົງການອຸຍແນສໂກ ຕະຫຼອດມາ. ນອກຈາກນີ້, ທ່ານ Audrey Azoulay ຍັງໄດ້ແຈ້ງໃຫ້ທ່ານ ເອກອັກຄະລັດຖະທູດ ຊາບກ່ຽວກັບ ສະພາບການໂດຍລວມ ແລະ ຄວາມສຳຄັນຂອງວຽກງານຂອງອົງການອຸຍແນສໂກ ໃນແຕ່ລະຂົງເຂດ, ລວມທັງ ແຜນງານໂຄງການຮ່ວມມືໃນອະນາຄົດລະຫວ່າງ ອຸຍແນສໂກ ແລະ ສປປ ລາວ, ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ອຸຍແນສໂກ. ພີທີມອບຈົດໝາຍແຕ່ງຕັ້ງ ແລະ ການພົບປະແລກປ່ຽນ ລະຫວ່າງທ່ານເອກອັກຄະລັດຖະທູດ ແລະ ທ່ານຜູ້ອຳນວຍການໃຫຍ່ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີແຕ່ຕົ້ນຕະຫຼອດປາຍ.

ອົງການອຸຍແນສໂກ ແມ່ນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ເປັນອົງການເຄືອຂ່າຍຂອງອົງການສະຫະປະຊາຊາດ, ມີພາລະບົດບາດໃນການສົ່ງເສີມວຽກງານການສຶກສາ, ວິທະຍາສາດ, ວັດທະນະທຳ ແລະ ການສື່ສານ, ໃນປັດຈຸບັນ, ມີສະມາຊິກທັງໝົດ 194 ປະເທດ ໃນທົ່ວໂລກ. ສປປ ລາວ ແລະ ອຸຍແນສໂກ ໄດ້ມີການຮ່ວມມືກັນໃນຂົງເຂດການສຶກສາ, ວິທະຍາສາດ, ກິລາ ແລະ ວັດທະນະທຳ ຊຶ່ງທີ່ພົ້ນເດັ່ນກວ່າໝູ່ແມ່ນອົງການອຸຍແນສໂກ ໄດ້ຮັບຮອງເອົາ 1) ເມືອງຫຼວງພະບາງ (ໃນປີ 1995), ວັດພູຈຳປາສັກ (ໃນປີ 2001) ແລະ ທົ່ງໄຫຫີນຊຽງຂວາງ (ໃນປີ 2019) ເຂົ້າເປັນມໍລະດົກໂລກທາງວັດທະນະທຳທີ່ເປັນວັດຖຸ; 2) ສຽງແຄນເຊື້ອຊາດລາວ (ໃນປີ 2017), ປະເພີນີການຕ່ຳລາຍນາກຂອງຊຸມຊົນຄົນລາວ (ໃນປີ 2023) ແລະ ການຟ້ອນລຳວົງລາວ (ໃນປີ 2024) ຖືກຮັບຮອງເປັນມໍລະດົກໂລກທາງວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ, ແລະ 3) ໄດ້ຮັບຮອງເອົາອຸທິຍານແຫ່ງຊາດ ຫີນ ໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ (ໃນປີ 2025).

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments