ຂະບວນແຫ່ ແລະ ແລ່ນທວນໄຟ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໄດ້ເດີນທາງມາຮອດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນຕອນແລງວັນທີ 17 ຕຸລາ 2025 ຖືເປັນເມືອງທີ 2 ຕໍ່ຈາກເມືອງສັງທອງ. ມີພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະຮັບຊອບລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີພົນຕີ ສາຍໃຈ ກົມມະສິດ ມີຄຳເຫັນວ່າ: ມື້ນີ້ ຄະນະຮັບຜິດຊອບລະດັບຊາດ ພ້ອມດ້ວຍການນໍາແຂວງຊຽງຂວາງ ແລະ ແຂວງ ໄຊສົມບູນ ຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ 9 ເມືອງ ຕະຫຼອດຮອດ ປະຊາຊົນທຸກຊັ້ນຄົນ ລູກຫຼານນັກຮຽນທົ່ວເມືອງນາຊາຍທອງ ໄດ້ມາເຕົ້າໂຮມກັນ ເຂົ້າຮ່ວມພິທີແຫ່-ແລ່ນທວນໄຟ ເພື່ອສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII. ໄລຍະຜ່ານມາໄດ້ຈັດພິທີຖະແຫຼງຂ່າວ ຢ່າງເປັນທາງການແລ້ວ ຊຶ່ງການແຫ່-ແລ່ນທວນໄຟໃນມື້ນີ້ ເປັນຄັ້ງທີ 2 ທີ່ສືບຕໍ່ຈາກເມືອງສັງທອງ ເພື່ອແຈ້ງຂ່າວ ແລະ ປຸກລະດົມໃຫ້ທົ່ວສັງຄົມ ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄື ບັນດາແຂວງໄດ້ຮັບຊາບ ແລະ ເປັນເຈົ້າການ ເຂົ້າຮ່ວມເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ສໍາລັບຂະບວນແຫ່ ແລະ ແລ່ນທວນໄຟຄັ້ງນີ້ ໄດ້ເລີ່ມຈາກໂຮງຮຽນມັດທະຍົມສົມບູນນາຊາຍທອງ ສູ່ສໍານັກງານປົກຄອງເມືອງນາຊາຍທອງ. ນໍາພາຂະບວນແຫ່ ແລະ ແລ່ນທວນໄຟ ຈຸດທີ 1 ລວມໄລຍະທາງ 200 ແມັດ ໂດຍພົນຕີ ສາຍໃຈ ກົມມະສິດ ແລ້ວມອບທວນໄຟສົ່ງຕໍ່ໃຫ້ ທ່ານ ບຸນຈັນ ສີວົງພັນ ເພື່ອນໍາພາຂະບວນສືບຕໍ່ແແຫ່ ແລະ ແລ່ນທວນໄຟ ຈາກຈຸດທີ 2 ໄລຍະ 200 ແມັດ ແລ້ວສົ່ງຕໍ່ໃຫ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເພື່ອນໍາພາຂະບວນສືບຕໍ່ແແຫ່ ແລະ ແລ່ນທວນໄຟ ຈາກຈຸດທີ 3 ໄລຍະ 200 ແມັດ ແລະ ສົ່ງຕໍ່ໃຫ້ ທ່ານ ສຸລິວັນ ພົມມະຫາໄຊ ເລຂາພັກເມືອງນາຊາຍທອງ ເພື່ອນໍາພາຂະບວນສືບຕໍ່ແແຫ່ ແລະ ແລ່ນທວນໄຟ ຮອດສໍານັກງານປົກຄອງເມືອງນາຊາຍທອງ ແລ້ວສົ່ງມອບໃຫ້ຄະນະຮັບຜິດຊອບຈັດງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025.