Friday, October 24, 2025
Homeຂ່າວພາຍໃນປຶກສາຫາລືຫລາຍຝ່າຍ ການປະເມີນຂອບການຮ່ວມມື 2022-2026

ປຶກສາຫາລືຫລາຍຝ່າຍ ການປະເມີນຂອບການຮ່ວມມື 2022-2026

ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການຜູ້ປະສານງານ ອົງການສະຫະປະຊາ ຊາດ (ສປຊ) ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລືຫລາຍຝ່າຍ ກ່ຽວກັບການປະເມີນຂອບການຮ່ວມມື 2022-2026 ແລະ ບົດວິເຄາະການຈັດຕັ້ງປະຕິບັດໃນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ ບາໂກດຽດ ບູການັອຟ (Bakhodir Burkhanov) ຜູ້ປະສານງານ ອົງການ ສປຊ ປະຈຳ ສປປ ລາວ, ມີຜູ້ຕາງໜ້າເຂົ້າຮ່ວມຈາກບັນດາກະຊວງ, ອົງ ການທຽບເທົ່າ ກະຊວງທີ່ກ່ຽວຂ້ອງ, ບັນດາອົງການເຄືອຂ່າຍ ສປຊ, ອົງການບໍ່ສັງກັດລັດຖະບານ ແລະ ອົງການຈັດ ຕັ້ງທາງສັງຄົມ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອທົບທວນຄືນຜົນສຳເລັດ, ສິ່ງທ້າທາຍ ແລະ ກາລະໂອກາດໃນການຈັດ ຕັ້ງປະຕິບັດຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (Lao PDR-UNSDCF) ໄລຍະປີ 2022-2026, ພ້ອມທັງກະກຽມການຮ່າງແຜນການຮ່ວມມື ສົກປີ 2027-2031 ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງ ເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງ ລັດຖະ ບານ ໃຫ້ສຳເລັດຕາມຄາດໝາຍ ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອ ຮັບປະກັນການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ. ໃນກອງປະຊຸມ, ຍັງໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບບົດວິເຄາະການຈັດຕັ້ງປະຕິບັດ ຕາມແຜນວຽກຂອບການຮ່ວມມືດັ່ງກ່າວ ໃນ ສປປ ລາວ ປະຈຳປີ 2025 ເຊິ່ງໄດ້ກຳນົດບັນດາ ສິ່ງທ້າທາຍ ແລະ ຍົກໃຫ້ເຫັນແຜນວາດການຮ່ວມມືໃນອະນາຄົດ.

ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ສະແດງຄວາມ ຊົມເຊີຍຕໍ່ການຈັດຕັ້ງປະຕິບັດແຜນງານການຮ່ວມມື ລະ ຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ເຊິ່ງສອດຄ່ອງໂດຍກົງກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະ ພາບດ້ອຍພັດທະນາ (LDC) ໃນປີ 2026 ເຊິ່ງຜົນສຳເລັດອັນພົ້ນເດັ່ນສະແດງອອກຄື: ດ້ານສຸຂະພາບ, ການສຶກສາ, ໂພຊະນາການ, ການປົກຄອງ, ແລະ ວຽກງານດ້ານການ ສົ່ງເສີມສິ່ງແວດລ້ອມ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ. ສິ່ງດັ່ງກ່າວ, ເປັນການຢັ້ງຢືນເຖິງການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນ ລະຫວ່າງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຕະຫລອດໄລຍະ ທີ່ຜ່ານມາ.

ທ່ານ ບາໂກດຽດ ບູການັອຟ ໄດ້ເນັ້ນຢໍ້າວ່າ ຂອບວຽກການຮ່ວມມື Lao PDR-UNSDCF 2022-2026 ມີບົດບາດສໍາຄັນໃນການສ້າງຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ມາຮອດ ປັດຈຸບັນ, ການປະເມີນຂອບການຮ່ວມມື ສົກປີ 2022-2026 ແມ່ນຢູ່ໃນໄລຍະທ້າຍສະໄໝ ເຊິ່ງກວມເອົາ 2 ບົດລາຍງານຫລັກຄື: ບົດປະເມີນຂອບການຮ່ວມມື ເຊິ່ງເປັນການວັດແທກດ້ານປະສິດທິພາບ ແລະ ປະສິດທິຜົນຂອບ ການຮ່ວມມືໄລຍະຜ່ານມາ ລວມທັງບັນດາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ຕິດພັນກັບການພັດທະນາແບບຍືນ ຍົງ ຂອງ ສປປ ລາວ ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍຄື ແຜນບຸລິມະສິດ ປະຈຳ ປີຂອງຂະແໜງການຂອງລັດ ແນໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ; ການຮ່າງບົດວິເຄາະການຈັດຕັ້ງ ປະຕິບັດ ໃນ ສປປ ລາວ ແນໃສ່ການຖອດຖອນບົດຮຽນ ແລະ ສືບຕໍ່ຮ່າງແຜນຂອບການຮ່ວມມືໃນຕໍ່ໜ້າ ປີ 2027-2031 ໃຫ້ສົມຄູ່ກັບສະພາບປັດຈຸບັນ ກ້າວໄປສູ່ການກະກຽມໃຫ້ແກ່ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments