ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງຂຶ້ນ.
ພິທີຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນວັນທີ 16 ຕຸລາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບ, ໄດ້ຈັດການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ. ໃນການພົບປະ, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງນາຍົກລັດຖະມົນຕີໄທໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ອະນຸທິນ ຊານວີຣະກູນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີໄທ ຄົນທີ 32. ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ອະນຸທິນ ຊານວີຣະກູນ ຖືເປັນປະເທດທໍາອິດໃນການຢ້ຽມຢາມທາງການ ພາຍຫຼັງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີໄທ. ສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ການພົວພັນທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ໄທ, ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 75 ປີ ໃນປີນີ້. ພະນະທ່ານ ອະນຸທິນ ຊານວີຣະກູນ ໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.
ສອງຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄໍາຄິດເຫັນ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນມາເປັນເວລາ 75 ປີ (19/12/1950-19/12/2025) ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ, ມີການພົບປະຫາລືຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນສອງຝ່າຍໄດ້ຍົກລະດັບສາຍພົວພັນມິດຕະພາບ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ 2022 ທີ່ໄດ້ເປີດສັງກາດໃໝ່ຂອງການພົວພັນຮ່ວມມືຂອງສອງປະເທດ ທີ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເງື່ອນໄຂໄລຍະໃໝ່ໃນປັດຈຸບັນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ລົງເລິກເປິກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ: ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການປັກຫຼັກໝາຍຊາຍແດນ, ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນຂອງສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືປາບປາມການສໍ້ໂກງທາງອອນລາຍ, ການຮ່ວມມືດ້ານການປ້ອງກັນໝອກຄວັນ, ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານພະລັງງານ, ການທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ລວມທັງການຈັດບັນດາກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ທີ່ມີຜົນສຳເລັດ ແລະອື່ນໆ. ສອງຝ່າຍຍັງໄດ້ເປິກສາຫາລືກ່ຽວກັບ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ການຢ້ຽມຢາມລັດຖະກິດທີ່ ສປປ ລາວ ຂອງປະມຸກລັດ ໃນໂອກາດທີ່ເໝາະສົມ ແລະອື່ນໆ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມມືໃນຂອບພາກພື້ນ ແລະ ສາກົນ, ລວມເຖິງສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ສອງຝ່າຍ ໄດ້ຢືນຢັນວ່າ: ຈະສືບຕໍ່ຮ່ວມມືກັນຊຸກຍູ້ບັນດາກົນໄກການຮ່ວມມືຂອງສອງຝ່າຍທີ່ມີຢູ່ແລ້ວ ນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາ ແລະ ເສີມສ້າງຄຸນນະພາບຊີວິດ ຂອງປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໃນໂອກາດຢ້ຽມຢາມລາວຄັ້ງນີ້, ລັດຖະບານໄທ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຈໍານວນ 4 ໂຄງການ ຄື: ໂຄງການເສີມຂະຫຍາຍ ແລະ ຍົກລະດັບການຮ່ວມມືກັບປະເທດເພື່ອນບ້ານໃນການສະກັດກັ້ນຢາເສບຕິດ ແລະ ທໍາລາຍເຄືອຂ່າຍການຄ້າຢາເສບຕິດລະຫວ່າງປະເທດ ມູນຄ່າ 10,15 ລ້ານບາດ; ການມອບວັດສະດຸອຸປະກອນສໍາຫຼັບການຮຽນ-ການສອນ ໃຫ້ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ພາຍໃຕ້ໂຄງການສ້າງທັກສະແຮງງານວິຊາຊີບຂອງລາວ ມູນຄ່າ 1,495,930 ບາດ; ການມອບເຊໂຣມແກ້ພິດງູ ໃຫ້ໂຮງໝໍເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 875,000 ບາດ; ການໃຫ້ຄວາມຊ່ວຍເຫຼືອດ້ານວິຊາການແກ່ ສປປ ລາວ ສໍາລັບວຽກອອກແບບລາຍລະອຽດໂຄງການພັດທະນາລະບົບນໍ້າປະປາ ໄລຍະທີ 2 ຢູໃນລາວ ມູນຄ່າ 30 ລ້ານບາດ. ນອກນີ້, ຍັງໄດ້ແລກປ່ຽນເອກະສານ ຈໍານວນ 1 ສະບັບ ຄື: ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າ ແຫ່ງປະເທດໄທ ກັບ ທະນາຄານສົ່ງເສີມກະສິກໍາຈໍາກັດຂອງລາວ.