ໃນຕອນເຊົ້າຂອງວັນທີ 16 ຕຸລາ 2025, ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ (ນວ) ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເຊິ່ງພິທີຕ້ອນຮັບທີ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະ ຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.