ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ V ໃນວັນທີ 16 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ໄດ້ມີຄໍາເຫັນໂອ້ລົມເພື່ອເປັນທິດຊີ້ນໍາເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ(ສນຫລ) ສະໄໝທີ V ຫລາຍບັນຫາສໍາຄັນ ໂດຍສະເພາະແມ່ນ ເອົາໃຈໃສ່ນໍາພາ-ຊີ້ນໍາ ນັກຮົບເກົ່າ ເພີ່ມທະວີຄວາມສາມັກຄີຮັກແພງ ລະຫວ່າງ ນັກຮົບເກົ່າດ້ວຍກັນ, ສາມັກຄີຮັກແພງກັບທຸກໆຊັ້ນຄົນໃນສັງຄົມ ແລະ ເປັນກໍາລັງແຮງ ສັງລວມຂອງພັກ ຂອງລັດ ແລະ ຂອງຊາດ,

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ ບັນດາສະຫາຍຜູ້ແທນກອງປະຊຸມ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເອົາໃຈໃສ່ຜັນຂະຫຍາຍໜ້າທີ່ລວມຂອງພັກ, ຂອງລັດ ແລະ ຂອງອົງການສະຫະ ພັນນັກຮົບເກົ່າ ເພື່ອເປັນແຜນການເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບສະພາບຕົວຈິງ ພ້ອມທັງເປັນເຈົ້າການຈັດ ຕັ້ງປະຕິບັດ ໃຫ້ເປັນຂະບວນຟົດຟື້ນ ຢ່າງກວ້າງຂວາງ ໃນທຸກຂົງເຂດວຽກງານ ແລະ ໃຫ້ເກີດມີໝາກຜົນຕົວຈິງ; ສືບຕໍ່ປັບປຸງຍົກລະດັບຖັນແຖວພະນັກງານນັກຮົບເກົ່າ ເຮັດໃຫ້ນັກຮົບເກົ່າ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກເປັນປົກກະຕິ, ຮູ້ ແລະ ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ພ້ອມກັນທົບທວນຄືນມູນເຊື້ອຂອງພັກ, ມູນເຊື້ອວັດທະ ນະທໍາ, ປະເພນີອັນດີງາມຂອງຊາດ, ຂອງນັກຮົບເກົ່າ ແລະ ຂອງປະຊາຊົນບັນດາເຜົ່າ; ຫັນເອົາການເຄື່ອນໄຫວຂອງຕົນ ລົງສູ່ມະຫາຊົນຢູ່ຮາກຖານບ່ອນທີ່ ມີນັກຮົບເກົ່າດໍາລົງຊີວິດຢູ່ຕົວຈິງ ເຮັດໃຫ້ການສ້າງຮາກຖານ ຕິດພັນກັບການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງນັກຮົບເກົ່າ, ຕິດພັນກັບການປົກປ້ອງຜົນປະໂຫຍດຕົວຈິງຂອງເຂົາເຈົ້າ ມີຄວາມຮັບຜິດຊອບຕໍ່ການພັດທະນາຕົນເອງ ແລະ ໃຫ້ມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ; ບັນດາກະຊວງ-ອົງການ ໂດຍສະເພາະກໍແມ່ນກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງສືບຕໍ່ໃຫ້ການອູ້ມຊູຊ່ວຍເຫລືອ ແລະ ເອົາໃຈໃສ່ໃນການເບິ່ງແຍງຊ່ວຍ ເຫລືອທາງດ້ານວັດຖຸ ແລະ ຈິດໃຈ, ໃຫ້ໃກ້ຊິດຕິດແທດ ສະຫະພັນນັກຮົບເກົ່າລາວ ເພື່ອໃຫ້ອົງການຈັດຕັ້ງດັ່ງກ່າວ ມີຄວາມໜັກແໜ້ນ, ເຂັ້ມແຂງ ຍິ່ງໆຂຶ້ນ; ເປັນເຈົ້າການປະຕິບັດແນວທາງການພົວພັນຮ່ວມມືກັບສະມາຄົມນັກຮົບເກົ່າປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການໃນການນໍາພາ-ຊີ້ນໍາ ແລະ ຍາດແຍ່ງເອົາການຊ່ວຍເຫລືອຕາມຄວາມເໝາະສົມ, ດຶງດູດເອົາການຮ່ວມມືລົງທຶນໃນຂະແໜງການຕ່າງໆຕາມເງື່ອນໄຂທີ່ພວກເຮົາມີ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານແນວທາງນະໂຍບາຍ, ລະບຽບຫລັກການທີ່ວາງໄວ້; ເອົາໃຈໃສ່ເບິ່ງຄືນການເຄື່ອນໄຫວຂອງຕົນເອງໃນໄລຍະຜ່ານມາ ເພື່ອເຮັດແນວໃດໃຫ້ຖືກຕ້ອງສອດຄ່ອງ ຕາມພາລະບົດບາດສິດ ແລະ ຂອບເຂດໜ້າທີ່ຂອງຕົນ, ເບິ່ງຄືນທຸກໆເນື້ອໃນຂອງການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກຂອງ ສະຫະພັນນັກຮົບເກົ່າທຸກຂັ້ນ, ເອົາໃຈໃສ່ ແລະ ລົງເລິກເຂົ້າວຽກງານການປັບປຸງການ ຈັດຕັ້ງເປັນຫລັກ, ແບບແຜນວິທີເຮັດວຽກ ເພື່ອໃຫ້ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດເປັນຫລັກແຫລ່ງ ແລະ ເຮັດໃຫ້ຂະ ບວນການນັກຮົບເກົ່າ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ສືບຕໍ່ຊີ້ນໍາ, ປະສານສົມທົບ ແລະ ສ້າງເງື່ອນໄຂໃຫ້ການຈັດຕັ້ງນັກຮົບເກົ່າທຸກຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດໄດ້ດີກວ່າເກົ່າ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນຕໍ່ນັກຮົບເກົ່າ ຫວັງວ່າສະຫະພັນນັກຮົບເກົ່າທຸກຂັ້ນ ກໍຄື ນັກຮົບເກົ່າທຸກສະຫາຍ ຈະເສີມຂະຫຍາຍມູນ ເຊື້ອອັນສະຫງ່າອົງອາດ ແລະ ກ້າແກ່ນຂອງຊາດພວກເຮົາ ເດັດດ່ຽວເດີນຕາມເສັ້ນທາງ ແລະ ການນໍາພາຂອງພັກ ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບ ແລະ ຄວາມຫຍຸ້ງຍາກໃດ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການ ຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ. ໃນເງື່ອນໄຂໃໝ່ນີ້, ບັນດາສະຫາຍ ຍັງຮັກ ສາໄວ້ໄດ້ມູນເຊື້ອ ແລະ ກຽດສັກສີອັນສູງສົ່ງຂອງຕົນ, ອັນນີ້ແມ່ນປະເສີດ ແລະ ມີຄວາມໝາຍສໍາຄັນຫລາຍ ແລະ ຈະຍັງຕ້ອງສືບຕໍ່ ຍົກສູງຄັນທຸງອັນນີ້ຕໍ່ໄປ ເພື່ອໃຫ້ເປັນເສົາຄໍ້າ ແລະ ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ຮຸ່ນລູກ ຮຸ່ນຫລານ ເພື່ອໃຫ້ລູກຫລານເຮົາໄດ້ຮໍ່າຮຽນ, ສືບທອດ ແລະ ສືບຕໍ່ພາລະກິດຂອງພັກ, ຂອງຊາດ, ສ້າງປະເທດຊາດ ໃຫ້ຈະເລີນສີວິໄລ ແລະ ເຊື່ອໝັ້ນວ່າ, ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າລາວ ສະໄໝທີ V ນີ້ ຈະສືບຕໍ່ມູນເຊື້ອຄວາມສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນສ້າງຕົນເອງ ເພື່ອນໍາພາວຽກງານນັກຮົບເກົ່າໃຫ້ມີການພັດທະນາຮອບດ້ານ ໄປພ້ອມໆກັບການພັດທະນາລວມຂອງປະເທດຊາດ.

ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ V ໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນສໍາຄັນ ໄດ້ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ແຜນພັດທະນານັກຮົບເກົ່າລາວ 5 ປີ; ບົດສໍາຫລວດການ ນໍາພາຂອງຄະນະບໍລິຫານງານນັກຮົບເກົ່າແຫ່ງຊາດລາວ ສະໄໝທີ IV ໃນໄລຍະ 5 ປີຜ່ານມາ, ກົດລະບຽບສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງ ສນຫລ; ໄດ້ຮັບຮອງເອົາບຸກຄະລາກອນຄະ ນະບໍລິຫານງານ ສນຫລ ສະໄໝທີ V ຈໍານວນ 27 ສະຫາຍ, ຍິງ 1 ສະຫາຍ. ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເປັນປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍ ພົນໂທ ວົງຄຳ ພົມມະກອນ ເປັນຮອງປະທານ, ທັງເປັນປະທານກວດກາຄະນະບໍລິຫານງານ ສນຫລ, ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ເປັນຮອງປະທານ, ສະຫາຍ ພັນເອກ ນາງ ຄໍາໂພ ສິດທິເສນ ເປັນຮອງປະທານກວດກາ.
ຂໍ້ມູນພາບ: ໜັງສືພິມປະຊາຊົນ

