Friday, November 14, 2025
Homeຂ່າວຕ່າງປະເທດທົດສະວັດສາກົນ ກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ

ທົດສະວັດສາກົນ ກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ

ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 15 ຕຸລາ, ທີ່ກອງປະຊຸມຄັ້ງທີ 222 ຈັດຂຶ້ນຢູ່ນະຄອນຫລວງປາຣີ ຂອງຝຣັ່ງ, ສະພາບໍລິຫານງານອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ເຫັນດີຮັບຮອງເອົາຂໍ້ລິເລີ່ມຂອງ ສສ ຫວຽດນາມ ສະເໜີສະຫະປະຊາຊາດ (ສປຊ) ພິຈາລະນາປະກາດ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ” ໃນເວລາໄວທີ່ສຸດ, ໃຫ້ບຸລິມະສິດໄລຍະ 2027 – 2036. ຈາກນັ້ນ ທ່ານ ນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໃຫ້ຮູ້ວ່າ: ຂໍ້ລິເລີ່ມນີ້ ໄດ້ເນັ້ນໜັກເຖິງ ເປົ້າໝາຍ ເສີມຂະຫຍາຍ ບົດບາດສຳຄັນ ຂອງວັດທະນະທຳ ໃນການຮັບໃຊ້ ໃຫ້ແກ່ ການພັດທະນາ ແບບຍືນຍົງ ຢູ່ບັນດາປະເທດ. ຕາມຂໍ້ກຳນົດ, ການສະເໜີດັ່ງກ່າວ ຈະສືບຕໍ່່ຍື່ນສະໜີຂຶ້ນ ໃນກອງປະຊຸມສະມັດຊາໃຫຍ່ UNESCO ຄາດວ່າ ຈະຈັດຂຶ້ນໃນເດືອນ ພະຈິກ 2025 ແລະ ຕໍ່ຈາກນັ້ນສະມັດຊາໃຫຍ່ ສະຫະ ປະຊາຊາດ ພິຈາລະນາ ຮັບຮອງເອົາໃນປີ 2026. ເລື່ອງສະພາ ບໍລິຫານງານ UNESCO ຮັບຮອງເອົາຂໍ້ລິເລີ່ມຂອງ ສສ ຫວຽດນາມ ນັ້ນແມ່ນບາດກ້າວທຳອິດ ທີ່ມີຄວາມໝາຍສຳຄັນ, ສ້າງພື້ນຖານ ເພື່ອກ້າວໄປເຖິງເລື່ອງ ປະກາດສ້າງຕັ້ງ “ທົດສະວັດສາກົນ ກ່ຽວກັບ ວັດທະນະທຳ ເພື່ອການພັດທະນາ ແບບຍືນຍົງ” ຢ່າງເປັນທາງການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments