ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.

ທ່ານ ພົນຕີ ສາຍໃຈ ກົມມະສິດ ກ່າວວ່າ: ການຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນໃນຄັ້ງນີ້ ແມ່ນເຮັດໄດ້ດີກວ່າຄັ້ງທີ່ຜ່ານມາ, ການອອກຄໍາສັ່ງມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະໜ່ວຍງານມີລັກສະນະຕໍ່ເນື່ອງ ແລະ ວ່ອງໄວ. ສ່ວນໜ່ວຍກູ້ໄພທາງບົກ ແຕ່ລະຈັງຫວະມີລັກສະນະເຂັ້ມແຂງ ແລະ ສົມຈິງ. ໃນນາມຕາງໜ້າໃຫ້ຄະນະຊີ້ນໍາລວມການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມອົດທົນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຢ່າງສຸດໃຈ.

ວັນທີ 15 ຕຸລາ 2025 ໄດ້ຈັດຝຶກຊ້ອມສະແດງຈິງໃຫ້ 3 ລັດຖະມົນຕີປ້ອງກັນປະເທດລາວ-ຫວຽດນາມ-ກຳປູເຈຍໄດ້ຮັບຊົມ ຮຽກຮ້ອງໃຫ້ທຸກພາກສ່ວນດໍາເນີນການຕາມລໍາດັບແຕ່ລະບາດກ້າວ, ກໍາໄດ້ທິດສະດີ ແລະ ທຽບໃສ່ຈັງຫວະຂອງການເຄື່ອນໄຫວຕົວຈິງ ເພື່ອເຮັດໃຫ້ສົມຈິງ ແລະ ອອກມາດີທີ່ສຸດ, ຕ້ອງປະຕິບັດຄໍາສັ່ງແຕ່ລະຈັງຫວະຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ມີຄວາມຄ່ອງແຄ້ວວ່ອງໄວຕາມກໍານົດເວລາ, ເອົາໃຈໃສ່ເພີ່ມທະວີການປະສານງານ ໂດຍສະເພາະສູນບັນຊາຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ເອົາໃຈໃສ່ທຸກການເຄື່ອນໄຫວຂອງທຸກໜ່ວຍງານໃຫ້ມີຄວາມປອດໄພ 100%.