Monday, October 13, 2025
Homeຂ່າວໜ້າໜຶ່ງໂຮມຊຸມນຸມສະຫລອງ 80 ປີ ວັນການທູດລາວ

ໂຮມຊຸມນຸມສະຫລອງ 80 ປີ ວັນການທູດລາວ

ກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງວັນການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໃນວັນທີ 10 ຕຸລາ 2025 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ອະດີດການນໍາຂັ້ນສູງ, ບັນດາການນໍາພັກ-ລັດ, ພະນັກງານບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ລາຍງານການເຄື່ອນໄຫວວຽກງານການທູດລາວ ໃນໄລຍະ 80 ປີຜ່ານມາ ໂດຍໄດ້ເນັ້ນໃຫ້ເຫັນວ່າ ການປະກາດເອກະລາດຂອງປະເທດລາວ ໃນວັນທີ 12 ຕຸລາ 1945 ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງອາວຸດ, ການຕໍ່ສູ້ທາງດ້ານການ ເມືອງຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງການນໍາລາວຮຸ່ນກ່ອນໆທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ ຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກຈັກກະພັດຕ່າງຊາດ. ໃນນັ້ນ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນການນໍາລາວຮຸ່ນບຸກເບີກໃຫ້ແກ່ວຽກງານການທູດລາວ ເຊິ່ງເປັນຂີດໝາຍແຫ່ງການເລີ່ມຕົ້ນ ຂອງວຽກງານການຕ່າງປະເທດຂອງລາວ ຈົນເຖິງປັດຈຸບັນ. ໂດຍເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງຜົນງານດັ່ງກ່າວ, ກົມການເມືອງສູນກາງພັກ ຈຶ່ງໄດ້ຕົກລົງເຫັນດີກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ ຢ່າງເປັນທາງການ.

ຕະຫລອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນໍາພັກອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິ ວັດລາວ ຂະແໜງການຕ່າງປະເທດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະລິມານ ແລະ ຄຸນນະພາບ ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໜີຕົ້ນສະເຫມີປາຍ” ຕາມທິດນໍາ “ເພີ່ມມິດຫລຸດຜ່ອນສັດຕູ”ໂດຍນໍາໃຊ້ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ເປີດກວ້າງການຮ່ວມມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ, ຫລາຍຮູບແບບ, ຫລາຍສີສັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ຂະແໜງ ການຕ່າງປະເທດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງເງື່ອນໄຂເອື້ອອໍານວຍທີ່ຈໍາເປັນໃຫ້ແກ່ການເປີດກວ້າງສາຍພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດທັງຜູ້ຢູ່ໃກ້ ແລະ ໄກ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ຈາກເພື່ອນມິດສາກົນມາໂດຍຕະຫລອດ ແລະ ຍົກສູງບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 151 ປະເທດ; ມີສາຍພົວພັນກັບພັກການເມືອງ 145 ພັກ ຈາກ 82 ປະເທດ, ຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ ແລະ ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ ຈໍານວນ 18 ແຫ່ງ; ມີດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບ 60 ກວ່າປະເທດໃນໂລກ. ສປປ ລາວ ຍັງໄດ້ເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມ ແລະ ບຸກທະລຸ, ຊຶ່ງໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການເຄື່ອນໄຫວການທູດສອງຝ່າຍ, ຫລາຍຝ່າຍ ແລະ ການຮ່ວມມືກັບສາກົນ; ໄດ້ສໍາເລັດການປັກຫລັກໝາຍຊາຍແດນຮ່ວມກັບ ສປ ຈີນ, ສສ ຫວຽດນາມ ແລະ ສສ ມຽນມາ, ພ້ອມທັງຈະສືບຕໍ່ສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັບ ຣາຊະອານາຈັກໄທ ແລະ ຣາຊະອານາຈັກກໍາປູເຈຍ; ໄດ້ມີຄວາມຫ້າວຫັນໃນການປະຕິບັດພັນທະຂອງຕົນຕໍ່ສົນທິສັນຍາຕ່າງໆ ທີ່ໄດ້ເຂົ້າຮ່ວມເປັນພາຄີ ລວມ 1.500 ກວ່າສະບັບ, ໃນຂອບຫລາຍຝ່າຍຫລາຍກວ່າ 900 ສະບັບ ແລະ ໄດ້ສໍາເລັດການສ້າງກົດໝາຍຂອງຂະແໜງການຕ່າງປະເທດ ຈໍານວນ 5 ສະບັບ, ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສຸນທອນພົດ ໂດຍໄດ້ຍ້ອງຍໍຊົມເຊີຍບັນດາຜົນສໍາເລັດທີ່ຂະແໜງ ການຕ່າງປະເທດ ຍາດມາໄດ້ໃນ 80 ປີຜ່ານມາ ແລະ ໄດ້ຢໍ້າໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນຂອງວຽກງານການທູດ ໃນການປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງໄດ້ໃຫ້ທິດຊີ້ນໍາຕໍ່ຂະແໜງການຕ່າງປະເທດ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ດີທີ່ຍາດມາໄດ້ໃນໄລຍະຜ່ານມາ, ສືບຕໍ່ເປັນເສນາທິການດ້ານການຕ່າງປະເທດ ໃຫ້ແກ່ ພັກ-ລັດ, ຈົ່ງພ້ອມພາກັນບຸກບືນກ້າວຂຶ້ນຍາດເອົາຜົນສໍາເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໂດຍສືບ ຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ມິດຕະພາບ, ນັບຖືຄວາມເປັນເອກະລາດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ເປັນຫລັກການພື້ນຖານ; ເປີດກວ້າງການພົວພັນໄປສູ່ຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ, ເພີ່ມມິດຫລຸດຜ່ອນສັດຕູ, ການທູດການເມືອງ ຕິດພັນກັບການທູດເສດຖະກິດ, ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ພ້ອມທັງສ້າງແນວທາງການທູດເສດຖະກິດ ເອກະລາດ ແລະ ເປັນເຈົ້າຕົນເອງ, ສືບຕໍ່ການເຄື່ອນໄຫວຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ປະເທດຮ່ວມອຸດົມການສັງຄົມນິຍົມ, ບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດຄູ່ຮ່ວມຍຸດທະສາດ ແລະ ປະເທດເພື່ອນມິດເພື່ອການພັດທະນາ ເພື່ອຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ເຂົ້າມາພັດທະນາປະເທດຊາດ ໃຫ້ມີຄວາມຮັ່ງມີເຂັ້ມແຂງ ແລະ ນໍາພາປະເທດຊາດຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຢໍ້າຕື່ມວ່າ ໃນສະພາບການຂອງໂລກທີ່ມີການປ່ຽນແປງຢ່າງສັບສົນ, ໄວວາ, ເຂັ້ມຂຸ້ນ ແລະ ມີຫລາຍສິ່ງທ້າທາຍ. ສະນັ້ນ, ນັກການທູດຍຸກໃໝ່ ຕ້ອງເປັນນັກຮົບປະຈັນບານທີ່ເຂັ້ມແຂງທາງດ້ານສະຕິປັນຍາ, ມັນສະໝອງ ແລະ ກໍາລັງກາຍ, ທັນສະພາບການ ແລະ ເລິກເຊິ່ງທາງດ້ານຄວາມຄິດ, ສະດຸ້ງໄວຕໍ່ສະຖານະການທີ່ເກີດຂຶ້ນ, ຮັບມືຢ່າງທັນການ, ເປັນເສນາທິການໃຫ້ພັກ, ລັດຖະບານ ຢ່າງສະຫລາດ, ມີພິກໄຫວ, ຄົ້ນຄວ້າເລິກເຊິ່ງເຖິງຖອງ, ເອົາທັດສະນະໃຫ້ຊັດເຈນ ແລະ ບໍ່ພິກເຂວ; ພ້ອມທັງໄດ້ຝາກຄໍາເວົ້າທີ່ເປັນຄະຕິເຕືອນໃຈຂອງຜູ້ນໍາປະຕິວັດ ໄວ້ໃຫ້ນັກການທູດວ່າ: “ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງສ້າງໄດ້ຄວາມສະຫລາດສ່ອງໃສ”.

ໃນພິທີສະເຫລີມສະຫລອງວັນ ທີ່ມີຄວາມໝາຍສໍາຄັນຄັ້ງນີ້, ບັນດາການນໍາພັກ-ລັດ ແລະ ບັນດາແຂກທີ່ເຂົ້າຮ່ວມ ກໍໄດ້ຮັບຊົມການວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ ກ່ຽວກັບຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນຕະຫລອດໄລຍະ 80 ປີຜ່ານມາ ຂອງ ສປປ ລາວ, ພ້ອມທັງໄດ້ມີພິທີເປີດຕົວປຶ້ມການທູດ 80 ປີ ໂດຍການໃຫ້ກຽດຂຶ້ນເປີດປຶ້ມດັ່ງກ່າວ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາການນໍາກະຊວງການຕ່າງປະເທດ ທັງອະດີດ ແລະ ປັດຈຸບັນ.

ໃນຕອນບ່າຍວັນດຽວກັນ, ທີ່ກະຊວງການຕ່າງປະເທດ, ກໍໄດ້ມີພິທີເປີດຢ້ຽມຊົມຫ້ອງມູນເຊື້ອ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍາກະຊວງ ແລະ ຄະນະກົມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments