Home ຂ່າວຕ່າງປະເທດ ສສ ຫວຽດນາມ-ສິງກະໂປ ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ-ການຄ້າ-ນະວັດຕະກຳ

ສສ ຫວຽດນາມ-ສິງກະໂປ ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ-ການຄ້າ-ນະວັດຕະກຳ

0
4

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຫງວຽນ ຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ທ່ານ ແທນ ຊີ ເລັງ(Tan See Leng) ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຮັບຜິດຊອບດ້ານພະລັງງານ ແລະ ວິທະຍາສາດ-ເຕັກໂນໂລຊີສິງກະໂປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກ່ຽວກັບການເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ສສ ຫວຽດນາມ. ໃນໂອກາດນີ້ທັງສອງຝ່າຍ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ພ້ອມທັງເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ອຸດສາຫະກຳເອເລັກໂຕຣນິກ, ທາດເຄິ່ງຊັກນຳໄຟຟ້າ, ພະລັງງານ, ເສດຖະກິດດີຈີຕອນ, ນະວັດຕະກຳ. ໃນໄລຍະ 9 ເດືອນຕົ້ນປີ 2025, ວົງເງິນການຄ້ານຳເຂົ້າສົ່ງອອກ ລະຫວ່າງຫວຽດນາມ ແລະ ສິງກະໂປ ບັນລຸ 8,8 ຕື້ໂດລາສະຫະລັດ. ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງສິງກະໂປ ບັນລຸ 4,34 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2024.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here