ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 6 ຕຸລາ, ກອງປະຊຸມໃຫຍ່ຄັ້ງ ທີ 13 ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນຢູ່ນະຄອນຫລວງຮ່າໂນ້ຍ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເປັນປະທານກອງປະຊຸມຄັ້ງນີ້ເພື່ອສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ 2 ກຸ່ມເນື້ອໃນໃຫຍ່. ນັ້ນແມ່ນ ໝວດບັນຫາ ກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ແລະ ໝວດບັນຫາດ້ານເສດຖະກິດ, ສັງຄົມ. ຈາກນັ້ນ ທ່ານ ໂຕເລິມ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ເນັ້ນປະກອບຄຳເຫັນໃສ່ໃບສະເໜີ ກ່ຽວກັບໝາກຜົນການແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ ຊຸດທີ 14, ເຂົ້າເປັນຄະນະກຳມະການກວດກາສູນກາງພັກຊຸດທີ 14 ແລະ ດຳເນີນການການປ່ອນບັດລົງຄະແນນສຽງແນະນຳບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ, ຄະນະ ກຳມະການກວດກາສູນກາງພັກ ຕາມຂໍ້ກຳນົດ. ທ່ານ ໂຕເລິມ ສະເໜີວ່າ: ເມື່ອຄັດເລືອກ, ແນະນຳບຸກຄະລາກອນ ຕ້ອງອີງໃສ່ມາດຕະຖານ, ເງື່ອນໄຂ, ໂຄງປະກອບ, ຈຳນວນຕາມທິດວຽກງານບຸກຄະລາກອນກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ຕ້ອງຖືຜົນປະໂຫຍດຂອງພັກ, ຂອງປະເທດຊາດເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ຄວາມຮຽກຮ້ອງຕ້ອງການເປັນຫລັກໃນການຄັດເລືອກບຸກຄະລາກອນແມ່ນຄຸນນະທາດ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງ, ກ້າຄິດກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດຂອງຊາດ, ໃກ້ຊິດກັບປະຊາຊົນ, ຖືປະຊາຊົນເປັນສຳຄັນ, ເພື່ອປະຊາຊົນ”.
ໄຂກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນ ກາງພັກ ຊຸດທີ 13
RELATED ARTICLES