Tuesday, October 7, 2025
Homeບຸນປະເພນີຊາວພຸດທົ່ວປະເທດ ຮ່ວມໃສ່ບາດຖວາຍສັງຄະທານ ໃນມມື້ອອກພັນສາ ປະວໍຣະນາ

ຊາວພຸດທົ່ວປະເທດ ຮ່ວມໃສ່ບາດຖວາຍສັງຄະທານ ໃນມມື້ອອກພັນສາ ປະວໍຣະນາ

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2025 ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນ ໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານ ຈົນຮອດປັດຈຸບັນ.

ສະເພາະຢູ່ ນະຄອນຫລວງວຽງຈັນ ຊາວພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນ ຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດ ກໍໄດ້ມີພິທີກຳທາງສາສະໜາ ເປັນຕົ້ນ ຟັງທຳມະເທດສະໜາ ແລະ ອື່ນໆ.

ວັນບຸນອອກພັນສາ ຫລື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນ ທາງພຸດທະສາສະໜາ ເປັນວັນສິ້ນສຸດຂອງການຈໍາພັນສາ ຄົບ 3 ເດືອນ ຂອງພະສົງສາມະເນນ ໂດຍສະເພາະພະພິກຂຸສົງ ເຊິ່ງພາຍຫລັງ ອອກພັນສາແລ້ວ ພະສົງ ສາມາດອອກໄປເທດສະນາ ສັ່ງສອນຍາດໂຍມ, ພໍ່ແມ່ ແລະ ຄູບາອາຈານ ໄດ້ຕາມປົກກະຕິ.

ໃນຕອນແລງຂອງວັນດຽວກັນ, ຍັງຈະມີການວຽນທຽນອ້ອມພຸດທະສີມາ ຫລື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະໄຕຣ ແລະ ເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງຈະມີການໄຫລເຮືອໄຟ ຫລື ໂຄມໄຟ ຕາມນ້ຳສາຍຕ່າງໆ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments