Monday, October 6, 2025
Homeບຸນປະເພນີຫຼາຍພາກສ່ວນມອບເງິນ ອຸປະຖໍາງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປີ 2025

ຫຼາຍພາກສ່ວນມອບເງິນ ອຸປະຖໍາງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປີ 2025

ໃນວັນທີ 5 ຕຸລາ 2025 ທີ່ຜາມໄຊແຄມຂອງເມືອງທ່າແຂກ ແຂວງຄໍາມ່ວນ, ຫຼາຍພາກສ່ວນຈາກບໍລິສັດ, ຫ້າງຮ້ານໄດ້ມອບເງິນອຸປະຖໍາ ງານບຸນອອກພັນສາປຣະວໍລະນາ ແລະ ເຮືອຊ່ວງປະຈໍາປີ. ຊຶ່ງງານດັ່ງກ່າວ, ຈະຈັດຂຶ້ນລະຫວ່າງວັນທີ 5-7 ຕຸລາ. ໃນນີ້ ປະກອບມີ: ບໍລິສັດຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ ລາວ ຈໍາກັດ 300 ລ້ານກີບ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ 300 ລ້ານ, ບໍລິສັດເບຍລາວປະກອບດ້ວຍວັດຖຸ ແລະ ເງິນສົດລວມມູນຄ່າ 272 ລ້ານກີບ, ບໍລິສັດໄຟຟ້ານໍ້າເທີນ 2 ຈໍານວນ 65 ລ້ານກີບ, ບໍລິສັດຂົນ ສົ່ງແມ່ຂອງ 20 ລ້ານກີບ ແລະ ທະນາຄານສົ່ງເສີມກະສິກໍາ ສາຂາ ຄໍາມ່ວນ 10 ລ້ານກີບ, ກ່າວຮັບໂດຍ ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2025 ແລະ ພາກສ່ວນທີ່ກ່ຽວຂ້ອງ.

(ຂ່າວ: ມະນີວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments