Monday, October 6, 2025
Homeຂ່າວພາຍໃນເຂື່ອນໄຟຟ້ານ້ຳງື່ມ 1 ຍືນຢັນການລະບາຍນ້ຳເພື່ອຄວາມປອດໄພ ບໍ່ແມ່ນຕົ້ນເຫດນ້ຳຖ້ວມ

ເຂື່ອນໄຟຟ້ານ້ຳງື່ມ 1 ຍືນຢັນການລະບາຍນ້ຳເພື່ອຄວາມປອດໄພ ບໍ່ແມ່ນຕົ້ນເຫດນ້ຳຖ້ວມ

ເພຈ EDL-Generation Public Company ລາຍງານວ່າ: ການບໍລິຫານນ້ຳຢ່າງຮັບຜິດຊອບ ແລະ ການເຂົ້າໃຈທີ່ຖືກຕ້ອງໃນຊ່ວງມື້ຜ່ານມາ ມີການແຜ່ກະຈາຍຂໍ້ມູນ ທີ່ບໍ່ຖືກຕ້ອງ ໃນໂລກອອນລາຍ ຫຼາຍສໍານັກຂ່າວ ກ່ຽວກັບການລະບາຍນ້ຳຈາກເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP) ວ່າເປັນສາເຫດເຮັດໃຫ້ເກີດນ້ຳຖ້ວມພື້ນທີ່ກະສິກຳ ແລະ ບ້ານເຮືອນຂອງປະຊາຊົນທ້າຍເຂື່ອນ. ແຕ່ໃນຄວາມເປັນຈິງ ການລະບາຍນ້ຳໃນຄັ້ງນີ້ເປັນມາດຕະການຈຳເປັນທາງວິຊາການ ເພື່ອປ້ອງກັນພາວະອັນຕະລາຍທີ່ອາດເກີດຂຶ້ນຕໍ່ໂຄງສ້າງເຂື່ອນ ແລະ ປະຊາຊົນໃນພື້ນທີ່ທ້າຍເຂື່ອນ.

#ນ້ຳທີ່ໄຫຼຜ່ານແມ່ນ້ຳງື່ມ ມາຈາກຫຼາຍແຫຼ່ງ ທີ່ເກີດຈາກ ພະຍຸຫຼາຍລູກ. ຂໍ້ມູນທາງເທັກນິກຊີ້ໃຫ້ເຫັນວ່າ ນ້ຳທີ່ໄຫຼຜ່ານທ້າຍເຂື່ອນນ້ຳງື່ມ 1 ໃນສາຍນ້ຳງື່ມ ມີທັງມາຈາກ: ເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP) ແລະ ເຂື່ອນໄຟຟ້ານ້ຳລິກ 1 (NL1 HPP), ບາງສ່ວນຈາກສາຍນ້ຳທຳມະຊາດ. ດັ່ງນັ້ນ ບໍ່ແມ່ນແຕ່ເຂື່ອນນ້ຳງື່ມ 1 ເທົ່ານັ້ນທີ່ລະບາຍນ້ຳ ແຕ່ເປັນການຮ່ວມກັນຂອງຫຼາຍໂຄງການໃນລະບົບແມ່ນ້ຳນ້ຳງື່ມ.

#ເຫດຜົນທີ່ຈຳເປັນຕ້ອງລະບາຍນ້ຳໃນຊ່ວງນີ້: ຕາມການພະຍາກອນອາກາດ ມີພາຍຸ “Matmo” ກຳລັງເຂົ້າມາໃນພາກພື້ນໃນບາງມື້ຂ້າງໜ້າ. ຖ້າຫາກເຂື່ອນໄຟຟ້ານ້ຳງື່ມ 1 ບໍ່ລະບາຍນ້ຳໃນເວລານີ້ ນ້ຳໃນອ່າງເກັບອາດຈະເຕັມ ແລະ ໄຫຼລົ້ນຜ່ານໂຮງໄຟຟ້າ ຊຶ່ງຈະເປັນອັນຕະລາຍຢ່າງຫນັກຕໍ່ພໍ່ ແມ່ ປະຊາຊົນແຄມສາຍນໍ້າງື່ມ. ແຕ່ຖ້າລະບາຍນ້ຳໃນເວລາທີ່ພາຍຸມາຮອດ ນັ້ນກໍ່ຈະເຮັດໃຫ້ພື້ນທີ່ທ້າຍເຂື່ອນເກີດນ້ຳຖ້ວມຫນັກຫນ່ວງກວ່າເກົ່າ.

ດັ່ງນັ້ນ ການລະບາຍນ້ຳໃນຕອນນີ້ເປັນການບໍລິຫານນ້ຳທີ່ຖືກຄິດໄລ່ຢ່າງລະມັດລະວັງ ເພື່ອຫຼຸດຜ່ອນຜົນກະທົບທັງໃນອ່າງເກັບແລະທ້າຍເຂື່ອນ.

#ຕໍ່ການສື່ສານໃນສື່ສັງຄົມອອນລາຍ ໃນສື່ສັງຄົມອອນລາຍ ມີການສະແດງຄວາມຄິດເຫັນຈາກປະຊາຊົນຫຼາຍທ່ານ ລວມທັງ ໃນເຟສບຸກຂອງ EDL-Gen ແລະ ເພຈ ອື່ນໆ ຊຶ່ງເປັນສຽງຂອງປະຊາຊົນ. EDL-Gen ຂໍຂອບໃຈທຸກຄຳຄິດເຫັນ ແລະ ຈະນຳມາເປັນຂໍ້ມູນໃນການປັບປຸງການສື່ສານໃຫ້ດີຂຶ້ນ.

ພ້ອມກັນນັ້ນ ບໍລິສັດຈະພະຍາຍາມໃຫ້ປະຊາຊົນໄດ້ຮັບຂໍ້ມູນທີ່ຖືກຕ້ອງ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບການບໍລິຫານນ້ຳຂອງເຂື່ອນໄຟຟ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments