Monday, October 6, 2025
Homeຂ່າວໜ້າໜຶ່ງສກຂ ວຽງຈັນ ນໍາສະເໜີການຫັນເປັນດີຈິຕອນ ຂອງການສຶກສາແຂວງ ໃນງານວາງສະແດງຜະລິດຕະພັນລາວ 2025

ສກຂ ວຽງຈັນ ນໍາສະເໜີການຫັນເປັນດີຈິຕອນ ຂອງການສຶກສາແຂວງ ໃນງານວາງສະແດງຜະລິດຕະພັນລາວ 2025

ພະແນກສຶກສາທິການ ແລະ ກິລາແຂວງ(ສກຂ) ວຽງຈັນ ໄດ້ມີສ່ວນຮ່ວມໃນການນຳເອົາຜະລິດຕະ ພັນທີ່ທັນສະໄໝດ້ານການສຶກສາ ແລະ ກິລາ (ລະບົບຄຸ້ມຄອງໂຮງຮຽນແບບທັນສະໄໝ ແລະ ລະບົບຄຸ້ມຄອງຫ້ອງການແບບທັນສະໄໝ) ກໍຄື ການຫັນເປັນດີຈິຕອນ ຂອງການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ໂດຍການສ້າງຂຶ້ນຈາກບຸກຄະລາກອນໃນຂະແໜງການສຶກສາພາຍໃນແຂວງ ແລະ ໄດ້ນຳສະເໜີໃນງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ.

ງານວາງສະແດງຜະລິດຕະພັນລາວ ປະຈຳປີ 2025 (Made In Lao 2025) ພາຍໃຕ້ຫົວຂໍ້: ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 3 ຕຸລາ ຜ່ານມາ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ຄຳ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ມີປະທານສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດງານຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 11 ໂດຍມີຈຸດປະສົງເພື່ອເປັນການສ້າງກິດຈະກໍາໜຶ່ງຂອງພາກທຸລະກິດ, ເພື່ອປະກອບສ່ວນໃນການສ້າງເວທີ, ເພື່ອເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ເພື່ອເອື້ອອຳນວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເພື່ອເປັນການຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຄືດັ່ງຄໍາຂວັນຂອງງານ ຄື: “ພື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ” ເປົ້າໝາຍໂດຍລວມກໍເພື່ອໃຫ້ພາກທຸລະກິດສາມາດເປັນກຳລັງແຮງໜຶ່ງປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ໃນປີນີ້, ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ເປັນຄູ່ຮ່ວມຫລັກຂອງງານ ແລະ ຮັບຜິດ ຊອບຕົບແຕ່ງງານທີ່ເປັນເອກະລັກສະເພາະຂອງແຂວງວຽງຈັນ ຫລື ເອີ້ນວ່າ: ສະເໜ່ເມືອງລາວ ເພື່ອນໍາສະເໜີຮີດຄອງປະເພນີທາງດ້ານວັດທະນະທໍາທາງທຳມະຊາດ ແລະ ວັດວາອາຮາມ, ຜະລິດຕະພັນສິນຄ້າ ເປັນຕົ້ນ ອາຫານທີ່ເປັນເອກະລັກ, ການນຸ່ງຖືທີ່ງົດງາມ ແລະ ການບໍລິການທີ່ເປັນທ່າແຮງທີ່ສະແດງໃຫ້ເຫັນເຖິງຜົນງານທີ່ໂດດເດັ່ນພາຍໃນແຂວງວຽງຈັນ. ສະເພາະແຂວງວຽງຈັນ ມີຫົວໜ່ວຍທຸລະກິດ ແລະ ຜະລິດຕະພັນທີ່ເຂົ້າວາງສະແດງທັງໝົດ 22 ພາກສ່ວນ. ໃນນີ້, ມີພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ນຳເອົາຜະລິດ ຕະພັນທີ່ທັນສະໄໝດ້ານການສຶກສາ ແລະ ກິລາ (ລະບົບຄຸ້ມຄອງໂຮງຮຽນແບບທັນສະໄໝ ແລະ ລະບົບຄຸ້ມຄອງຫ້ອງການແບບທັນສະໄໝ) ກໍຄື ການຫັນເປັນດີຈິຕອນຂອງການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ໂດຍການສ້າງຂຶ້ນຈາກບຸກຄະລາກອນໃນຂະແໜງການສຶກສາພາຍໃນແຂວງ ຊຶ່ງເປັນລະບົບທີ່ຊ່ວຍຈັດການຂໍ້ມູນຕ່າງໆໃນສະຖານບັນການສຶກສາ ເປັນຕົ້ນ ການຈັດການຂໍ້ມູນສ່ວນຕົວຂອງນັກຮຽນ, ປະຫວັດການຮຽນ, ຜົນການສອບເສັງ, ການຈັດການຂໍ້ມູນຄູອາຈານ, ຕາຕະລາງສອນ, ຜົນງານ, ການຈັດຕາຕະລາງຮຽນ, ເວລາຮຽນ, ຫ້ອງຮຽນ, ວິຊາຮຽນ, ລະບົບສື່ສານລະຫວ່າງໂຮງຮຽນ-ຜູ້ປົກຄອງ ໂດຍຈະຫລຸດພາລະການເຮັດວຽກຂອງຜູ້ຮັບຜິດຊອບ, ເພີ່ມປະສິດທິ ພາບໃນການປະຕິບັດວຽກງານ, ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍ ແລະ ຮອບດ້ານ. ສ່ວນລະບົບຄຸ້ມຄອງຫ້ອງການທີ່ທັນສະໄໝ ເປັນລະບົບທີ່ຊ່ວຍຈັດການວຽກໃນຫ້ອງການໃຫ້ມີປະສິດທິພາບ, ການຈັດການຂໍ້ມູນຂອງພະນັກງານ, ເວລາເຮັດວຽກ, ລາຍງານ, ການວາງແຜນ, ການຕິດຕາມຜົນງານ, ການປະຊຸມ ແລະ ອື່ນໆ ຊຶ່ງຈະເພີ່ມຄວາມໄວໃນການເຮັດວຽກ, ຫລຸດຄວາມຜິດພາດໃນການເຮັດວຽກ.

ນອກຈາກນີ້, ງານດັ່ງກ່າວຍັງໄດ້ເຊື້ອເຊີນປະເທດທີ່ມີຊາຍແດນຕິດກັບ ສປປ ລາວ 3 ປະເທດຄື: ໄທ, ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມວາງສະແດງລວມທັງໝົດມີ 15 ຫ້ອງວາງສະແດງ ແລະ ຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມຈໍາໜ່າຍ ແລະ ວາງສະແດງສິນຄ້າ ລວມທັງໝົດ 160 ບໍລິສັດຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີທັງໝົດ 204 ຫ້ອງວາງສະແດງ. ຜະລິດຕະພັນທີ່ນໍາມາວາງສະແດງໃນຄັ້ງນີ້ ມາຈາກຫລາຍຂະແໜງ ການ ເຊັ່ນ: ຂະແໜງຜະລິດຕະພັນສິນຄ້າທີ່ຈົດກາໝາຍ Made in Laos; ຫັດຖະກຳແຜ່ນແພ, ຜ້າຝ້າຍ, ຜ້າໄໝ; ຫັດຖະກຳເຄື່ອງເງິນ; ເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນ; ກະສິກໍາ (ເຂົ້າ, ຊາ, ກາເຟ); ອາຫານ ແລະ ເຄື່ອງດື່ມ; ອຸດສາຫະກໍາໜັກ-ເບົາ; ບໍລິການໂຮງແຮມ, ບໍລິສັດທ່ອງທ່ຽວ; ຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບ; ສິນຄ້າຂອງປະເທດຊາຍແດນ ໄທ, ຫວຽດນາມ, ສປ ຈີນ. ລວມມູນຄ່າສິນຄ້າທີ່ນໍາມາວາງສະແດງຫຼາຍກວ່າ 16 ຕື້ກີບ. ພາຍໃນງານວາງສະແດງ ຍັງມີການສະແດງສິລະປະ ແລະ ມີກິດຈະກຳສໍາມະນາໃນຫົວຂໍ້ຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ: ການສໍາມະນາໃຫ້ຄວາມຮູ້ກ່ຽວກັບການ MSMEs Laos ກ້າວສູ່ຕະຫລາດຍຸກດີຈິຕອນ, ສໍາມະນາໃນຫົວຂໍ້: ສ້າງໂອກາດໃຫ້ທຸລະກິດລາວເຂົ້າສູ່ຕະຫລາດຈີນ, ມີກິດຈະກຳໂຄສະນາສິນຄ້າຢູ່ເວທີກາງທຸກໆວັນໃນໄລຍະຈັດງານ ເປັນເວລາ 8 ວັນ ເລີ່ມແຕ່ວັນທີ 1-8 ຕຸລາ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments