Thursday, October 2, 2025
Homeແຈ້ງການສໍາຄັນປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບສາຍນ້ຳງື່ມ ໃຫ້ຍົກຍ້າຍສິ່ງຂອງໄວ້ບ່ອນທີ່ສູງ

ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບສາຍນ້ຳງື່ມ ໃຫ້ຍົກຍ້າຍສິ່ງຂອງໄວ້ບ່ອນທີ່ສູງ

ເນື່ອງຈາກປະລິມານນ້ຳລວມທີ່ ໄຫລລົງສູ່ແມ່ນ້ຳງື່ມສູງເຖິງ 2,711 ແມັດກ້ອນຕໍ່ວິນາທີ ໃນວັນທີ 1 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ລາຍງານກ່ຽວກັບສະ ພາບການຈັດການບໍລິຫານນໍ້າຫລ້າສຸດ ເຊິ່ງໄດ້ຮັບຜົນກະທົບຈາກພາຍຸ “ລາກາຊາ” ແລະ “ບົວລອຍ” ປະລິມານນ້ຳສູງທີ່ໄຫລມາຈາກ ສາຍນ້ຳລີກ ລວມທັງປະລິມານນ້ຳຈາກບັນດາສາຍນ້ຳທຳມະຊາດໄດ້ໄຫລມາສົມທົບກັນ ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ບາງພື້ນ ທີ່ໃນບໍລິເວນຕອນລຸ່ມຂອງເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະໃນບາງເຂດເມືອງທຸລະຄົມ, ເມືອງໄຊທານີ ແລະ ເມືອງປາກງື່ມ ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງໄວ້ທີ່ສູງ. ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ໄດ້ຮັບຜົນກະທົບ.

ການຄວບຄຸມນ້ຳ ເຖິງວ່າມີປະລິມານນ້ຳໄຫລເຂົ້າອ່າງຢ່າງຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ພະ ຍາຍາມ ຫລຸດຜ່ອນການລະບາຍນໍ້າຜ່ານປະຕູລະບາຍນ້ຳລົ້ນລົງເຫລືອພຽງ 40.84 ແມັດກ້ອນຕໍ່ວິນາທີ (ໂດຍໄຫລຜ່ານກົງຫັນ 331.60 ແມັດກ້ອນຕໍ່ວິນາທີ) ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ພື້ນທີ່ຕອນລຸ່ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments