Tuesday, September 23, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານຖານການຜະລິດກະສິກໍາ

ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານຖານການຜະລິດກະສິກໍາ

ໃນວັນທີ 19 ກັນຍາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຖານການຜະລິດກະສິກຳ ຢູ່ພື້ນທີ່ຕົວຈິງພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ, ເມືອງຫາດຊາຍຟອງ; ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ, ເມືອງໄຊທານີ ແລະ ຟາມລ້ຽງໄກ່ພັນໄຂ່ ສຸກຈະເລີນ ຢູ່ເຂດບ້ານອີໄລ-ນາຂ່າ, ເມືອງນາຊາຍທອງ; ໂດຍມີທ່ານ ພູວົງ ວົງຄຳຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວຕິດຕາມ.

ການໄປແຕ່ລະສະຖານທີ່, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານ ກ່ຽວກັບສະພາບການພັດທະນາກິດຈະການ, ໃນນັ້ນ: ໂຮງງານຂ້າສັດທັນສະໄໝ ມີມູນຄ່າການລົງທຶນທັງໝົດ 500 ລ້ານໂດລາ ໄດ້ເລີ່ມກໍ່ສ້າງມາແຕ່ຕົ້ນປີ 2024 ຮອດປັດຈຸບັນສໍາເລັດແລ້ວ ປະມານ 80% ຊຶ່ງຄາດວ່າ ຈະສາມາດເປີດນໍາໃຊ້ໃນຕົ້ນປີ 2026. ໂຮງງານດັ່ງກ່າວ ມີຂະໜາດຄວາມກວ້າງ 68 ແມັດ ແລະ ຍາວ 258 ແມັດ, ສາມາດຂ້າສັດ ແລະ ແປຮູບຜະລິດຕະພັນຊີ້ນສົດ (ງົວພັນຊີ້ນ) ໄດ້ 1,000 ໂຕ/ມື້. ໃນຕໍ່ໜ້າ, ເມື່ອກິດຈະການດໍາເນີນເປັນປົກກະຕິ, ທັງມີວັດຖຸດິບ (ງົວ) ສະໜອງເຂົ້າໂຮງງານພຽງພໍ ແລະ ຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນ ແມ່ນຈະສ້າງໂຮງງານຫຼັງທີສອງເພີ່ມອີກໃນຮູບແບບ ແລະ ຂະໜາດດຽວ, ຊຶ່ງຜະລິດຕະພັນຊີ້ນ ແມ່ນຈະຈຳໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດ. ສຳລັບຟາມລ້ຽງປາດຸກເປັນສິນຄ້າ (ລ້ຽງໃສ່ອ່າງ) ແມ່ນມີເນື້ອທີ່ທັງໝົດ 22 ເຮັກຕາ, ດໍາເນີນກິດຈະການມາໄດ້ 3 ປີແລ້ວ, ກິດຈະກໍາຫຼັກ ແມ່ນລ້ຽງປາດຸກ, ເພາະພັນລູກປາດຸກ ແລະ ໂຮງງານແປຮູບປາ, ພາຍໃນຟາມມີອ່າງລ້ຽງປາດຸກ ທັງໝົດ 300 ອ່າງ, ກໍາລັງການຜະລິດ 2 ໂຕນ/ມື້.

ສ່ວນໂຮງງານຜະລິດຫົວອາຫານສັດກຣີນຟິດ ເຫັນວ່າ ມີເນື້ອທີ່ 2.7 ເຮັກຕາ, ມູນຄ່າການລົງທຶນ 10 ກວ່າລ້ານໂດລາ, ມີກຳລັງການຜະລິດ 72 ພັນໂຕນ/ປີ ໂດຍຜະລິດຫົວອາຫານ 3 ປະເພດ ຄື: ຫົວອາຫານງົວ, ຫົວອາຫານໝູ ແລະ ຫົວອາຫານໄກ່, ການຈຳໜ່າຍ ແມ່ນເກືອບທັງໝົດທຸກແຂວງໃນທົ່ວປະເທດ. ຕໍ່ກັບໂຮງງານຜະລິດຫົວອາຫານສັດພູຄຳ (CP) ເຫັນວ່າ: ມີເນື້ອທີ່ທັງໝົດ 10 ເຮັກຕາ, ເລີ່ມດໍາເນີນກິດຈະການ ມາແຕ່ປີ 2007, ປັດຈຸບັນ ມີກໍາລັງການຜະລິດ 240,000 ໂຕນ/ປີ ຊຶ່ງນໍາໃຊ້ວັດຖຸດິບຈາກພາຍໃນ ເຊັ່ນ: ສາລີ, ມັນຕົ້ນ, ແປ້ງ-ຮໍາ… ກວມ 70% ແລະ ວັດຖຸດິບ ຈາກຕ່າງປະເທດ ເຊັ່ນ: ກາກຖົ່ວເຫຼືອງ, ເມັດຖົ່ວເຫຼືອງ, ກາກປາມ… ກວມ 30% ໂດຍຜະລິດຫົວອາຫານ 4 ປະເພດ ຄື: ຫົວອາຫານໝູ ກວມ 70%, ຫົວອາຫານໄກ່ໄຂ່ ກວມ 22%, ຫົວອາຫານໄກ່ພັນຊີ້ນ-ໄກ່ລາດ ກວມ 6% ແລະ ຫົວອາຫານເປັດ ກວມ 2% ຂອງຈໍານວນຜະລິດຕະພັນທັງໝົດ, ຊຶ່ງຜະລິດຕະພັນດັ່ງກ່າວ ແມ່ນນໍາໄປຈໍາໜ່າຍຢູ່ບັນດາແຂວງ ໃນທົ່ວປະເທດ ກວມ 35% ແລະ ນໍາໃຊ້ເອງ ຢູ່ຕາມຟາມຕ່າງໆຂອງບໍລິສັດຜູ້ລົງທຶນ ກວມ 65%. ສະເພາະ ຟາມລ້ຽງໄກ່ພັນໄຂ່ ສຸກຈະເລີນ ແມ່ນມີເນື້ອທີ່ 44 ເຮັກຕາ, ເລີ່ມກໍ່ສ້າງ ໃນຕົ້ນປີ 2022 ແລະ ເລີ່ມລ້ຽງໄກ່ ໃນກາງປີ 2023, ເປັນຟາມທີ່ນໍາໃຊ້ເຕັກນິກຕ່າງໆ ທີ່ທັນສະໄໝ ເປັນຕົ້ນ ລະບົບການໃຫ້ນໍ້າ, ໃຫ້ອາຫານ, ການຈັດເກັບ, ຄັດແຍກ ແລະ ລຳລຽງໄຂ່, ການມ້ຽນ-ອະນາໄມ, ການບຳບັດນໍ້່ເປື້ອນ, ການລຳລຽງ-ຕາກຂີ້ໄກ່ ແລະ ອື່ນໆ; ມີອາຄານລ້ຽງໄກ່ທັງໝົດ 10 ຫຼັງ (ໄກ່ນ້ອຍ 2 ຫຼັງ ແລະ ໄກ່ໃຫຍ່ 8 ຫຼັງ), ສາມາດບັນຈຸໄກ່ໄດ້ທັງໝົດ 1 ລ້ານໂຕ, ສາມາດຜະລິດໄຂ່ໄກ່ໄດ້ປະມານ 800.000-850.000 ໜ່ວຍ/ມື້.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ຕໍ່ເຈົ້າຂອງກິດຈະການ ແລະ ພາກສ່ວນກ່ຽວຂ້ອງ ທີ່ຮ່ວມຕິດຕາມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ການພັດທະນາກິດຈະການຕ່າງໆ ຊຶ່ງທຸກກິດຈະການ ລ້ວນແຕ່ໄດ້ຮັບໝາກຜົນເປັນຢ່າງດີ ແລະ ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ຮັບໃຊ້ພາຍໃນປະເທດ, ທັງປະກອບສ່ວນຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ ມີການຂະຫຍາຍຕົວເປັນກ້າວໆ. ອັນສຳຄັນ, ທ່ານ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນບາງດ້ານ ເປັນຕົ້ນ ໃຫ້ເຈົ້າຂອງກິດຈະການຜະລິດຫົວອາຫານສັດ ສົມທົບກັບຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ຂອດການຜະລິດ ແລະ ສະໜອງວັດຖຸດິບ ເຂົ້າໂຮງງານ ໃຫ້ສາມາດທຳການຜະລິດ ໄດ້ເປັນປົກກະຕິ ແລະ ເຕັມປະສິດທິພາບ ໂດຍສະເພາະ ການຮັບປະກັນໃຫ້ມີແຫຼ່ງການຜະລິດວັດຖຸດິບທີ່ຊັດເຈນ ແລະ ໝັ້ນຄົງ, ລວມທັງ ຂອດການຈໍາໜ່າຍຫົວອາຫານ ໃຫ້ມີລະບົບການຮອງຮັບຄັກແນ່, ທັງນີ້ ກໍ່ເພື່ອຄວາມຍືນຍົງຂອງໂຮງງານ; ເອົາໃຈໃສ່ດ້ານສິ່ງແວດລ້ອມ ຂອງໂຮງງານ, ຟາມລ້ຽງປາ, ຟາມລ້ຽງໄກ່ໃຫ້ດີ ເພື່ອບໍ່ເປັນມົນລະພິດທາງດ້ານສິ່ງແລດລ້ອມ ແລະ ສັງຄົມ; ຄົ້ນຄວ້າແຜນການຈໍາໜ່າຍ ແລະ ປຸງແຕ່ງໄຂ່, ຊີ້ນ, ປາ ໃຫ້ເປັນຜະລິດຕະພັນທີ່ຫຼາກຫຼາຍ, ມີຄຸນນະພາບ, ສາມາດຮັບປະກັນສະໜອງຄວາມຕ້ອງການຂອງສັງຄົມ ໄດ້ຢ່າງກວ້າງຂວາງ ແລະ ເປັນປົກກະຕິ.

ຂ່າວ : ກົມປະຊາສຳພັນ ຫສນຍ.

ພາບ : ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments