ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352 ຄົນ, ຍິງ 1.686 ຄົນ. ໃນນັ້ນ, ລະດັບປະລິນ ຍາເອກ 5 ຄົນ, ຍິງ 1 ຄົນ, ລະດັບປະລິນຍາໂທ 377 ຄົນ, ຍິງ 147 ຄົນ, ລະດັບປະລິນຍາຕີ 2.970 ຄົນ, ຍິງ 1.538 ຄົນ, ລະດັບອະນຸປະລິນຍາຕີ 4 ຄົນ. ໃນນີ້, ເປັນນັກສຶກສາຕ່າງປະເທດ 63 ຄົນ (ຈາກປະເທດຈີນ, ຫວຽດນາມ, ກຳປູເຈຍ, ມົງໂກນ, ສີລັງກາ, ເກົາຫລີ ແລະ ຍີ່ປຸ່ນ), ພະສົງ 66 ອົງ, ນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) 64 ຄົນ, ຍິງ 38 ຄົນ ເຊິ່ງພິທີດັ່ງກ່າວໄດ້ຂຶ້ນໃນວັນທີ 20 ກັນຍາ 2025 ຢູ່ ມຊ.

ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດຊຸດຮຽນ 2021-2025 ທີ່ຜ່ານມາວ່າ: ມຊ ເປັນສະຖາບັນການສຶກສາລະດັບຊາດ, ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະສາກົນ. ມຊ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ ທີ່ເຮັດໜ້າທີ່ສ້າງຊັບພະຍາກອນມະນຸດ ຕັ້ງແຕ່ລະດັບອະນຸປະລິນຍາຮອດປະລິນຍາເອກ. ປັດຈຸບັນ, ມຊ ມີພະນັກງານ ແລະຄູອາຈານທັງໝົດ 1.455 ທ່ານ, ຍິງ 697 ທ່ານ.ດ້ານຫລັກສູດການຮຽນ-ການສອນ ມີທັງໝົດ 255 ຫລັກສູດ. ໃນນັ້ນ: ປະລິນຍາເອກ 13 ຫລັກສູດ, ປະລິນຍາໂທ 74 ຫລັກສູດ(ຫລັກສູດນາໆຊາດ 2 ຫລັກສູດ), ປະລິຍາຕີ 119 ຫລັກສູດ (ຫລັກສູດນາໆຊາດ 2 ຫລັກສູດ), ຫລັກສູດຕໍ່ເນື່ອງປະລິນຍາຕີ 44 ຫລັກສູດ ແລະ ຫລັກສູດອະນຸປະລິນຍາ(ຊັ້ນສູງ) 5 ຫລັກສູດ. ສໍາລັບຫລັກສູດທີ່ມີຜູ້ສໍາເລັດການສຶກສາ ໃນສົກສຶກສາ 2024-2025 ປະກອບມີ: ຫລັກສູດປະລິນຍາເອກ 3 ຫລັກສູດ, ປະລິນ ຍາໂທ 38 ຫລັກສູດ(ຫລັກສູດນາໆຊາດ 1 ຫລັກສູດ), ຫລັກສູດປະລິນຍາຕີ 114 ຫລັກສູດ (ຫລັກສູດຕໍ່ເນື່ອງປະລິຍາຕີ 22 ຫລັກສູດ, ຫລັກສູດນາໆຊາດ 2 ຫລັກສູດ ແລະ ຫລັກສູດອະນຸປະລິນຍາ 1 ຫລັກສູດ).

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມີຄໍາເຫັນຕໍ່ພິທີວ່າ: ຄືຮູ້ນຳກັນແລ້ວວ່າ, ຍຸກໂລກາພິວັດ ແມ່ນຍຸກແຫ່ງການແຂ່ງຂັນທາງດ້ານສະຕິປັນຍາ ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຍ້ອນແນວນັ້ນຜູ້ນໍາພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະ ວາງແນວທາງນະໂຍບາຍ, ວາງແຜນຍຸດທະສາດ ໃນການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ເສດຖະ ກິດ-ສັງຄົມ ຢ່າງເປັນລະບົບ ໃນສະເພາະໜ້າ ແລະ ຍາວນານ ແນໃສ່ເພື່ອໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຄວາມຈະເລີນຮຸ່ງເຮືອງຮັ່ງມີ. ເພື່ອບັນລຸຈຸດໝາຍດັ່ງກ່າວນັ້ນ, ໜຶ່ງໃນປັດໄຈທີ່ສໍາຄັນ ແມ່ນການພັດທະນາຊັບພະ ຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງ ແລະ ບໍາລຸງຍົກລະດັບຄວາມຮູ້-ຄວາມສາມາດໃນດ້ານຕ່າງໆແກ່ພະນັກງານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ທາງດ້ານຄຸນສົມບັດທໍາປະຕິວັດ, ມີລະ ບຽບວິໄນ ມີຄ່ານິຍົມທີ່ຖືກຕ້ອງ, ມີວິຊາສະເພາະ ແລະ ມີວິຊາອາຊີບດີ, ມີສຸຂະພາບທີ່ສົມບູນ ມີຄວາມກະຕືລືລົ້ນ ເປັນເຈົ້າການໃນການພັດທະນາຕົນເອງ ແລະ ພັດທະນາປະເທດຊາດ ເພີ່ມທະວີນໍ້າໃຈຮັກຊາດ ຮັກລະບອບປະຊາ ທິປະໄຕ ຮັກຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດທີ່ແສນຮັກຂອງພວກເຮົາຕະຫລອດໄປ. ດັ່ງນັ້ນ, ພື້ນຖານຂອງການພັດທະນາຄົນ ກໍແມ່ນການສຶກສາເຊິ່ງເລີ່ມຈາກຄອບຄົວ, ສະຖາບັນສຶກສາ ແລະ ສັງຄົມນັບທັງສະຖາບັນພາກລັດ-ພາກເອກະຊົນ. ມຊ ແມ່ນສະຖາບັນແຫ່ງໜຶ່ງທີ່ໄດ້ກໍ່ສ້າງນັກວິຊາການເພື່ອຮັບໃຊ້ສັງຄົມ ຕາມຄວາມຮຽກ ຮ້ອງຕ້ອງການຂອງຂະແໜງການຕ່າງໆໃນທົ່ວປະເທດ ແລະ ພວກເຮົາມີກຽດອັນສູງສົ່ງຕໍ່ອາຊີບຄູ ທີ່ໄດ້ເຮັດລ້ອນໜ້າທີ່ໃນວຽກງານການພັດທະນາຊັບພະຍາກອນມະນຸດ ດ້ວຍວິທີການສິດສອນນັກສຶກສາໃຫ້ກາຍເປັນບັນດິດທີ່ມີຄວາມພ້ອມທີ່ປະກອບສ່ວນໃນການສ້າງສາປະເທດຊາດ.
ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຕື່ມວ່າ: ຄຽງຄູ່ກັບຜົນງານ ແລະ ໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າຄວນເອົາໃຈ ໃສ່ຕໍ່ວຽກຈຸດສຸມຄື: ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະ ຮັບໃຊ້ໃຫ້ສັງຄົມຕົວຈິງ; ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ-ປະສິດທິຜົນ, ຫລີກລ່ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດ ກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ໃບປະກາສະນີຍະບັດເທົ່ານັ້ນ; ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ, ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການ ເມືອງໜັກແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ; ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນ ໃສ່ຮັບໃຊ້ການສິດສອນພາສາອັງກິດ ກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ; ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ; ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກວ້າງ ຕາມນະໂຍ ບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະ ຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ; ການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນ ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະ ຄະນະອື່ນໆ; ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2026 ຮອດປີ 2030 ຕາມສະພາວະ ແລະ ທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ; ໃຫ້ມີຄວາມອຸ່ນອ່ຽງທຸ່ນທຽງ ປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໃນຊ່ວງການປັບປຸງກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນ ພາຍໃນມະຫາວິທະຍາໄລແຫ່ງຊາດ; ເອົາໃຈໃສສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸລັກວັດທະນະທໍາຂອງຊາດ. ພ້ອມນີ້, ທ່ານຍັງໄດ້ເຊື່ອໝັ້ນວ່າ ຄະນະຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ສໍາເລັດການສຶກສາ ທຸກໆຄົນ ຈະຕັ້ງໜ້າກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງພັກ ແລະ ລັດ, ເປັນລັດຖະກອນ, ເປັນນັກພັດທະນາ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຄົາລົບ ແລະ ປະຕິບັດກົດໝາຍ-ລະບຽບວິໄນ ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ.
ຂ່າວ-ພາບ: ກະດານຂ່າວ ມຊ