Friday, September 19, 2025
Homeຂ່າວການເມືອງເປີດກອງປະຊຸມປະຈໍາປີ ລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13

ເປີດກອງປະຊຸມປະຈໍາປີ ລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13

ວັນທີ 16 ກັນຍາ 2025 ທີ່ເຊີເເນວ, ປະເທດສະວິດ, ຄະນະຜູ້ເເທນ ສປປ ລາວ ນໍາພາໂດຍ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມປະຈໍາປີຂອງ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ (Convention on Cluster Munitions-CCM) ຄັ້ງທີ 13 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 16-19 ກັນຍາ 2025 ຢູ່ຫ້ອງການອົງການສະຫະປະຊາຊາດ, ເຊີແນວ, ປະເທດສະວິດ. ກອງປະຊຸມໃນປີນີ້, ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ເອກອັກຄະລັດຖະທູດ/ຜູ້ຕ່າງໜ້າຖາວອນ ຟິລິບປິນ ປະຈໍາອົງການ ສປຊ ທີ່ ເຊີແນວ, ມີບັນດາປະເທດສະມາຊິກ ແລະ ບັນດາປະເທດສັງເກດການ ເຂົ້າຮ່ວມຫລາຍກວ່າ 112 ປະເທດ, ລວມທັງຜູ້ຕ່າງໜ້າ ບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄ້ວາຕ່າງໆເຂົ້າຮ່ວມ.

ຄະນະຜູ້ແທນຂອງ ສປປ ລາວ ນໍາພາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຮ່ວມກ່າວ ແລະ ແລກປ່ຽນໃນພາກອະພິປາຍທົ່ວໄປຂອງກອງປະຊຸມ ແລະ ໄດ້ເນັ້ນໜັກເຖິງ ຄວາມໝາຍ ຄວາມສໍາຄັນຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງປິນີ້ເປັນປີທີ່ມີຄວາມ ໝາຍສໍາຄັນທີ່ບັນດາປະເທດສະມາຊິກ ໄດ້ຮ່ວມກັນສະເຫລີມສະຫລອງຄົບຮອບ 15 ປີ ນັບຕັ້ງແຕ່ການມີຜົນ ບັງຄັບໃຊ້ຂອງສົນທິສັນຍາດັ່ງກ່າວ ໃນປີ 2010 ຈົນຮອດປັດຈຸບັນ. ສໍາລັບ ສປປ ລາວ ສົນທິສັນຍາດັ່ງກ່າວ ເປັນເອກະສານແມ່ບົດທີ່ມີບົດບາດສໍາຄັນ ໃນການປະກອບສ່ວນຕໍ່ແນວທາງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງ(ລບຕ) ຢູ່ໃນປະເທດ ແລະ ໄດ້ປະກອບສ່ວນຄວາມຄືບໜ້າອັນສໍາຄັນໃນວຽກງານການສໍາຫລວດ, ກວດກູ້, ວຽກງານການໂຄສະນາຄວາມສ່ຽງຈາກ ລບຕ ແລະ ວຽກງານການຊ່ວຍເຫລືອຜູ້ເຄາະຮ້າຍ ກໍຄື ຊຸກຍູ້ການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດຂອງຂະແໜງການ ລບຕ “ເສັ້ນທາງສູ່ຄວາມປອດໄພ III (2021-2030)” ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແຫ່ງຊາດ ເປົ້າໝາຍທີ 18 ວ່າດ້ວຍ ຊີວິດປອດໄພຈາກ ລະເບີດບໍ່ທັນແຕກ. ເຖິງຈະມີຄວາມຄືບໜ້າຫລາຍດ້ານກໍຕາມ, ອັນສໍາຄັນ ສປປ ລາວ ຍັງສືບຕໍ່ພົບພໍ້ກັບສິ່ງທ້າ ທາຍ ແລະ ຄວາມຫຍຸ້ງຫຍາກຫລາຍປະການ ເນື່ອງຈາກຍັງມີ ລບຕ ຈໍານວນມະຫາສານຍັງຕົກຄ້າງ ຢູ່ ຜືນແຜ່ນ ດິນຂອງ ສປປ ລາວ ເຊິ່ງຄາດຄະເນວ່າ ລະເບີດລູກຫວ່ານຫລາຍຫວ່າ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ຍັງສືບ ຕໍ່ເປັນໄພຂົ່ມຂູ່ ແລະ ເປັນອັນຕະລາຍຕໍ່ການດໍາລົງຊີວິດຂອງປະຊາຊົນລາວ ແລະ ສືບຕໍ່ເປັນສິ່ງກີດຂວາງຕໍ່ການພັດ ທະນາຂອງ ສປປ ລາວ. ສະນັ້ນ, ໃນສະພາບການທີ່ບໍ່ແນ່ນອນ ແລະ ການຊ່ວຍເຫລືອເພື່ອການພັດທະນາ ທີ່ມີທ່າ ອ່ຽງຫລຸດລົງໃນປັດຈຸບັນ, ຈຶ່ງໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍ ເຫລືອ ສປປ ລາວ ແລະ ບັນດາປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ. ນອກນັ້ນ, ທ່ານຮອງລັດຖະ ມົນຕີ ຍັງໄດ້ຊຸກຍູ້ວົງຄະນາຍາດສາກົນ ໃຫ້ການສະໜັບສະໜູນການເປັນປະທານ ຂອງ ສປປ ລາວ ໃນການຈັດ ກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາລະເບີດລູກຫວ່ານ ທີ່ຈະຈັດຂື້ນຢູ່ນະຄອນຫລວງວຽງຈັນ ໃນປີ 2026 ທີ່ຈະມາເຖິງນີ້.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ຈັດງານວາງສະແດງ ແຜ່ນແພ ແລະ ຮູບແຕ້ມສິລະປະ ທີ່ສະທ້ອນໃຫ້ເຫັນເຖິງເລື່ອງລາວ ແລະ ຜົນກະທົບຈາກ ລບຕ ຢູ່ ສປປ ລາວ. ຄຽງຄູ່ກັນນັ້ນ, ສໍານັກງານຜູ້ຕ່າງໜ້າຖາວອນ ແຫ່ງ ສປປ ລາວ ຮ່ວມກັບ ອຽກລັງ ຍັງໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມປິ່ນອ້ອມ (Side-Event) ພາຍໃຕ້ຫົວຂໍ້ “ເສັ້ນທາງແຫ່ງການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຂອງ ສປປ ລາວ ຕະຫລອດໄລຍະ 15 ປີ” ໂດຍມີຈຸດປະສົງ ເພື່ອພ້ອມກັນທົບ ທວນຄືນຜົນສໍາເລັດຕະຫລອດໄລຍະເວລາ 15 ປິ ທີ່ຜ່ານມາ ພາຍໃຕ້ການຈັດຕັ້ງປະຕິບັດສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ ໂດຍນໍາເອົາປະສົບການ ແລະ ບົດຮຽນຂອງ ສປປ ລາວ ມາແລກປ່ຽນກັບບັນດາປະເທດ ສະມາຊິກສົນທິສັນຍາ ອີກດ້ວຍ.

ໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ມີຄໍາເຫັນແລກປ່ຽນປະສົບການຂອງ ສປປ ລາວ ໃນຖານະ ເປັນປະເທດທີ່ຖືກຖິ້ມລະເບີດໜັກທີ່ສຸດໃນປະຫວັດສາດ ເມື່ອທຽບໃສ່ຈຳນວນພົນລະເມືອງ, ສປປ ລາວ ຍັງໄດ້ ຮັບຜົນກະທົບຢ່າງໜັກຈາກສິ່ງຕົກຄ້າງຂອງລະເບີດລູກຫວ່ານ, ຍັງສືບຕໍ່ເປັນໄພຂົ່ມຂູ່ຊີວິດການເປັນຢູ່ ແລະ ການ ພັດທະນາປະເທດຊາດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກເຖິງຄວາມຈໍາເປັນຮີບດ່ວນຂອງວຽກງານດັ່ງກ່າວ. ສປປ ລາວ ແມ່ນໜຶ່ງໃນບັນດາລັດທຳອິດທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ເຊິ່ງໄດ້ສະ ແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນຕໍ່ຈຸດປະສົງຂອງ CCM. ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນອີກວ່າ ຄວາມຄືບໜ້ານີ້ ເປັນການ ຮ່ວມມືລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບ, ໂດຍໄດ້ ຮຽກຮ້ອງໃຫ້ມີ “ຄວາມພະຍາຍາມຮ່ວມກັນໃນລະດັບສາກົນ” ແລະ “ຄວາມສາມັກຄີທີ່ແໜ້ນແຟ້ນ” ເພື່ອຮັບປະ ກັນອະນາຄົດທີ່ສົດໃສກວ່າເກົ່າສຳລັບທຸກຄົນ. ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ຂອງປະເທດອຽກລັງ, ຟີລິບປິນ, ປະທານກອງປະຊຸມລັດພາຄີຄັ້ງທີ 13 (MSP), ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງປະເທດນອກເເວ ກໍໄດ້ມີຄໍາຄິດຄໍາເຫັນປະກອບສ່ວນເຂົ້າໃນການສົນທະນາ.

ໂອກາດນີ້, ທ່ານ ດາວີ ວົງໄຊ ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈຳອົງ ການ ສປຊ ທີ່ເຊີແນວ ໄດ້ນຳສະເໜີໂດຍສັງເຂບບົດລາຍງານກ່ຽວກັບ ເສັ້ນທາງເເຫ່ງການຈັດຕັ້ງປະຕິບັດ ສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຂອງ ສປປ ລາວ ຕະຫລອດໄລຍະ 15 ປີ. ໃນກອງປະຊຸມຍັງໄດ້ ສາຍວິດີໂອສາລະຄະດີສັ້ນເລື່ອງ “ຮ່ອງຮອຍທີ່ຍັງຄົງຢູ່: ສຽງຂອງຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ຄວາມ ຄືບໜ້າຂອງ ສປປ ລາວ ໃນການແກ້ໄຂບັນຫາຈາກລະເບີດບໍ່ທັນແຕກໃນ ສປປ ລາວ” ເພື່ອເນັ້ນຢໍ້າເຖິງການດຳ ເນີນການເເກ້ໄຂວຽກງານ ລບຕ ຂອງ ສປປ ລາວ. ພ້ອມກັນນັ້ນ, ທ່ານ ນາງ ພາເມລາ ໂມຣາກາ ຜູ້ອໍານວຍ ການໜ່ວຍງານສະໜັບສະໜູນ ສົນທິສັນຍາ (ISU-CCM) ກໍໄດ້ຮ່ວມສົນທະນາກ່ຽວກັບຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນ ແລະ ທິດທາງໃນຕໍ່ໜ້າສຳລັບການ ຈັດຕັ້ງປະຕິບັດສົນທິສັນຍາ CCM ໃນຮອບ 15 ປີ ເເລະ ທ່ານ ເເມັດທິວ ລາຣູແອລ, ຜູ້ຈັດການໂຄງການທີ່ ສູນສາກົນຂອງ ເຈນິວາ ວ່າດ້ວຍສໍາຫລວດກວດກູ້ ລບຕ ເພື່ອ ມະນຸດສະທໍາ (GICHD), ໄດ້ເນັ້ນເຖິງບົດບາດຜູ້ປະສານງານຂອງປະເທດ ສຳລັບການສຶກສາຄວາມສ່ຽງຈາກ ລະເບີດ (EORE) ອີກດ້ວຍ.

ພ້ອມນີ້, ຄະນະຜູ້ແທນ ສປປ ລາວ ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ແລະ ປະກອບຄໍາເຫັນແລກປ່ຽນ ຫົົວຂໍ້ສໍາຄັນຕ່າງໆ ເປັນຕົ້ນ ແມ່ນວຽກງານຊຸກຍູ້ການຮ່ວມລົງນາມ ແລະ ໃຫ້ສັດຕະຍະບັນຕໍ່ສົນທິສັນຍາ, ວຽກ ງານສໍາຫລວດກວດກູ້, ການໂຄສະນາສຶກສາຄວາມສ່ຽງຈາກ ລບຕ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ການຮ່ວມມື ແລະ ການຊ່ວຍເຫລືອຂອງສາກົນ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ການເຊື່ອມສານບົດບາດຍິງ-ຊາຍ.

ກອງປະຊຸມ ລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນກອງປະຊຸມທີ່ຈັດຂຶ້ນ ທຸກໆປີ ເພື່ອລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ຮັດແໜ້ນການຮ່ວມມືສາກົນໃຫ້ການແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງ, ສປປ ລາວ ເປັນພາຄີຂອງສົນທິສັນຍາດັ່ງກ່າວ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດພາຄີ ຄັ້ງທຳອິດໃນປີ 2010 ທີ່ນະຄອນຫລວງວຽງຈັນ ແລະ ສປປ ລາວ ກໍຈະເປັນປະທານຈັດກອງປະຊຸມທົບທວນສົນ ທິສັນຍາ (ທີ່ຈັດຂຶ້ນທຸກໆ 5 ປີ) ຮອບວຽນທີ 3 ທີ່ຈະຈັດຂຶ້ນໃນປີ 2026 ທີ່ນະຄອນຫລວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments