ພະແນກໂນທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ໄດ້ອອກແຈ້ງການ ນຳໃຊ້ເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໃນໄລຍະບໍ່ທັນເປີດບໍລິການ ເພື່ອລະບາຍການສັນຈອນໃນຊົ່ວໂມງເລັ່ງດ່ວນ, ພ້ອມອອກຂໍ້ຫ້າມ ແລະ ມາດຕະການຈັດຕັ້ງປະຕິບັດຖ້າມີຜູ້ລະ ເມີດ.
ເພື່ອເປັນການລະບາຍການສັນຈອນແອອັດ, ອໍານວຍຄວາມສະດວກໃຫ້ສັງຄົມ ແລະ ແກ້ໄຂບັນຫາລົດຕິດ ໃນຊົ່ວໂມງທີ່ເລັ່ງດ່ວນ ໃນແລວທາງຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຈໍາເປັນຕ້ອງໄດ້ເປີດຊ່ອງທາງຈະລາຈອນ ຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໄລຍະບໍ່ທັນເປີດບໍລິການ ດັ່ງນີ້: ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ (BRT) ຄື: ຕອນ ເຊົ້າ ເລີ່ມແຕ່ເວລາ 06:30 ໂມງ ຫາ 09:00 ໂມງ (ແຕ່ ວິວມໍ ຫາ ວົງວຽນ 450 ປີ ກໍານົດໃຫ້ເປັນ ຂາເຂົ້າ ໃນຕົວເມືອງ); ຕອນແລງ ເລີ່ມແຕ່ເວລາ 16:00 ໂມງ ຫາ 18:30 ໂມງ (ແຕ່ວົງວຽນ 450 ປີ ຫາ ວິວມໍ ກຳນົດໃຫ້ເປັນ ຂາອອກນອກເມືອງ).

ສໍາລັບຂໍ້ຫ້າມ: ນອກຈາກເສັ້ນທາງ ແລະ ເວລາ ທີ່ອະນຸຍາດໃຫ້ພາຫະນະສັນຈອນ ໃນເສັ້ນ ທາງລົດເມດ່ວນ (BRT) ທີ່ກ່າວມາຂ້າງເທິງແລ້ວນັ້ນ ແມ່ນຫ້າມເດັດຂາດບໍ່ໃຫ້ພາຫະນະທຸກປະເພດເຂົ້າໄປຊົມໃຊ້ເສັ້ນທາງດັ່ງກ່າວໂດຍເດັດຂາດ, ຫ້າມຜູ້ຂັບຂີ່ຢືນຂ້າມຂອບທາງ ຂອງແລວເສັ້ນທາງລົດ ເມດ່ວນ (BRT) ຫລື ຫ້າມຕຳເຄື່ອງໝາຍ ຈະລາຈອນຕ່າງໆ.
ພ້ອມນັ້ນ, ຍັງໄດ້ວາງມາດຕະການຈັດຕັ້ງປະຕິບັດຕໍ່ຜູ້ທີ່ລະເມີດ ໂດຍໃນກໍລະນີຖ້າຫາກພົບເຫັນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ລົດ ໃຊ້ຖະໜົນ ຢູ່ນະຄອນຫລວງວຽງຈັນ, ຫາກລະເມີດຕາມແຈ້ງການສະບັບນີ້ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມດໍາລັດ ວ່າດ້ວຍການປັບໃໝ ສະບັບເລກທີ 568/ລບ ລົງວັນທີ 16 ກັນຍາ 2021, ພ້ອມທັງທົດແທນຫລັງສ້ອມແປງຄືນ.