ວິທະຍຸ-ໂທລະພາບ ສູງກາງຈີນ ພິທີມອບລາງວັນ ໝີແຜນດາຄຳ ຄັ້ງທີ 2 ທີ່ຈັດຂຶ້ນ ໂດຍສະຫະພັນວົງການສິລະປະວັນນະຄະດີຈີນ ແລະ ອົງ ການປົກຄອງແຂວງເສສວນຈີນ ໄດ້ຈັດຂຶ້ນຢູ່ນະຄອນເຊີງຕູ່ ແຂວງເສ ສວນ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ ເພື່ອມອບລາງວັນ 27 ລາຍການ. ໃນ ນັ້ນ, ຮູບເງົາເລື່ອງ“ນາຈາ:ເດັກຜີີສາດດັງທະເລ” ໄດ້ຮັບລາງວັນຮູບເງົາ ກາຕູນດີເດັ່ນ,“ຍັງມີມື້ອື່ນ (There’s Still Tomorrow)”ໄດ້ຮັບລາງວັນຮູບ ເງົາດີເດັ່ນ, “ເວລາດອກບານໝົດເປີ້ນພູ (She and Her Girls)” ໄດ້ຮັບລາງ ວັນ ລະຄອນໂທລະພາບດີເດັ່ນ ແລະ “ປ່າຮົກຮ້າງ ທຳມະຊາດແບບໃໝ່ (A new kind of Wildness)” ໄດ້ຮັບລາງ ວັນຟິມສາລະຄະດີດເດັ່ນ. ລາງວັນໝີ ແພນດາຄຳ ຄັ້ງທີ 2 ໄດ້ເກັບໂຮມຮູບເງົາ ໂທລະພາບ ຈຳນວນ 5.343 ເລື່ອງ ທີ່ມາຈາກ 126 ປະເທດ ແລະ ເຂດແຄວ້ນໃນໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ