ອີງຕາມຮ່າງບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫລວງວຽງຈັນ (ນວ) ໃຫ້ຮູ້ວ່າ: ໃນໄລຍະ 5 ປີ ຜ່ານມາ ເສດຖະກິດ ຂອງ ນວ ຂະຫຍາຍຕົວສະເລ່ຍໃນລະດັບ 5,34% ຕໍ່ປີ (ແຜນ 5 ປີ ໃຫ້ຂະຫຍາຍຕົວລະເລ່ຍ 7-8% ຕໍ່ປີ), ລວມຍອດຜະລິດຕະພັນພາຍໃນປີ 2025 ຄາດວ່າຈະບັນລຸ 89.278,8 ຕື້ກີບ (ແຜນການ 5 ປີ ຮອດປີ 2025 ໃຫ້ບັນລຸ 84.916 ຕື້ກີບ), ລວມຍອດຜະລິຕະພັນພາຍໃນສະເລ່ຍຕໍ່ຄົນ ປີ 2025 ສະເລ່ຍ 85,17 ລ້ານກີບ ຫລື ເທົ່າກັບ 3.871,6 ໂດລາ (ແຜນການ 5 ປີ ຮອດປີ 2025 ໃຫ້ບັນລຸ 8.750 ໂດລາ).
ສຳລັບ ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນຄື: ກະສິກຳ ຫລຸດລົງຈາກ 14,3% ໃນປີ 2020 ມາເປັນ 13% ໃນປີ 2025, (ແຜນຮອດປີ 2025 ໃຫ້ກວມເອົາ 14% ຂອງຈີດີພີ); ອຸດສາຫະກຳ ຫລຸດລົງຈາກ 49,5% ໃນປີ 2020 ມາເປັນ 49% ໃນປີ 2025 (ແຜນຮອດປີ 2025 ໃຫ້ກວມເອົາ 49% ຂອງຈີດີພີ); ການບໍລິການ ໄດ້ເພີ່ມຂຶ້ນຈາກ 36,2% ໃນປີ 2020 ມາເປັນ 38% ໃນປີ 2025 (ແຜນຮອດປີ 2025 ໃຫ້ກວມເອົາ 37% ຂອງຈີດີພີ). ສັງລວມແລ້ວ ໂດຍພື້ນຖານໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນໄປຕາມທິດທີ່ກຳນົດໄວ້.
ສ່ວນດ້ານການລົງທຶນ ເພື່ອການພັດທະນາ ເປັນຕົ້ນ ການລະດົມການລົງທຶນທົ່ວສັງຄົມ ນະຄອນຫລວງວຽງຈັນ ສາມາດປະຕິບັດໄດ້ 104.783 ຕື້ກີບ, ປະຕິບັດໄດ້ລື່ນແຜນ 28,16% ທຽບໃສ່ແຜນ 5 ປີ ໃຫ້ໄດ້ 81.755 ຕື້ກີບ ໃນນັ້ນ, ການລົງທຶນຈາກງົບປະມານພາຍໃນ ປະຕິບັດໄດ້ 1.646,99 ຕື້ກີບ, ປະຕິບັດໄດ້ລື່ນແຜນ 26,6% (ແຜນ 5 ປີ 1.300 ຕື້ກີບ). ນອກຈາກນີ້, ເພື່ອເຮັດໃຫ້ໂຄງການລົງທຶນຂອງລັດ ມີປະສິດທິພາບ ແລະ ປະສິດທິຜົນສູງ ນະຄອນຫລວງວຽງຈັນ ຍັງໄດ້ມີການປະສານສົມທົບ ກັບຄະນະຊ່ຽວຊານຂອງອົງການໄຈກາ ປະຈໍາລາວ (PIMCAP) ເພື່ອສ້າງ ແຜນການລົງທຶນຂອງລັດ 3 ປີ ແລະ ບົດລາຍງານການວິເຄາະງົບປະມານ ການລົງທຶນ 3 ປີ (DBAR). ສ່ວນການຊ່ວຍເຫລືອທາງການພັດທະນາ (ODA) ປະຕິບັດໄດ້ 3.619,27 ຕື້ກີບ, ປະຕິບັດໄດ້ລື່ນແຜນ 52,17% (ແຜນ 5 ປີ 3.270 ຕື້ກີບ); ການລົງທຶນຂອງພາກເອກະຊົນ ປະຕິບັດໄດ້ 99.517 ຕື້ກີບ, ປະຕິບັດໄດ້ລື່ນແຜນ 52,17% (ແຜນ 5 ປີ 65.400 ຕື້ກີບ).
ພ້ອມນີ້, ນະຄອນຫລວງວຽງຈັນ ຍັງໄດ້ສຸມໃສ່ພັດທະນາ ໃນຫລາຍໆດ້ານຢ່າງມີຜົນສຳເລັດ ເປັນຕົ້ນ ດ້ານກະສິກຳ, ອຸດສາຫະກຳ ແລະ ການຄ້າ, ພະລັງງານ ແລະ ບໍ່ແຮ່, ດ້ານການສຶກສາ-ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ດ້ານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ດ້ານການພັດທະນາຕົວເມືອງ, ພື້ນຖານໂຄງລ່າງ, ການບໍລິການສາທາລະນຸປະໂພກ, ດ້ານການຄຸ້ມຄອງບໍລິຫານລັດ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.