ຕາມຂ່າວຊິນຮວາ ຂອງ ສປຈີນ, ວັນທີ 15 ກັນຍາ, ຄະນະຜູ້ແທນຈີນ ແລະ ສ.ອາເມລິກາ ໄດ້ດຳເນີນການເຈລະຈາ ດ້ານເສດຖະກິດ ແລະ ການຄ້າ ຢູ່ນະຄອນຫລວງ ມາດຼິດ ປະເທດ ແອັດສະປາຍ. ໂດຍມີ ຄະນະຜູ້ແທນຈີນ ນໍາໂດຍ ທ່ານ ເຫີລີ່ເຟິງ ຮອງນາຍົກ ລັດຖະມົນຕີຈີນ ແລະ ກົມການເມືອງ ແຫ່ງຄະນະກຳມະການສູນກາງພັກກອມມູນິດຈີນ(CPC) ເຂົ້າຮ່ວມ.
ກ່ອນໜ້ານັ້ນ, ໂຄສົກ ກະຊວງ ການຄ້າ ຂອງ ຈີນ ລະບຸວ່າ, ສອງຝ່າຍ ຈະປຶກສາຫາລື ກ່ຽວກັບບັນຫາຕ່າງໆເຊັ່ນ: ມາດຕະການ ເກັບພາສີ ພຽງຝ່າຍດຽວ ຂອງ ສ.ອາເມລິກາ ແລະ ອື່ນໆ. ນອກນັ້ນ ໂຄສົກ ກະຊວງ ຍັງກ່າວຕື່ມວ່າ, ຈີນ ໃຫ້ຄຳໝັ້ນສັນຍາ ຈະປົກປ້ອງ ຜົນປະໂຫຍດ ອັນຊອບທຳ ຂອງ ບໍລິສັດ ຜູ້ປະກອບການຈີນ ຢ່າງແນ່ນອນ ແລະ ຈະແກ້ໄຂບັນຫາ TikTok ຕາມກົດໝາຍ ຂໍ້ບັງຄັບທີ່ກ່ຽວຂ້ອງ./