ຫັດຖະກຳແຕ້ມທຽນຂອງແມ່ຍິງຊົນເຜົ່າໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງວຽກເຮັດງານທໍາ ສ້າງລາຍຮັບໃຫ້ເອື້ອຍນ້ອງແມ່ຍິງຈາກອາຊີບເຮັດນາປູກເຂົ້າ, ລ້ຽງສັດ ແລະ ທໍາມາຫາກິນແບບທຳມະຊາດກາຍເປັນຕົວແບບກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງມີລາຍຮັບໝັ້ນ ຄົງ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ ນາງ ເນັ່ງ ທໍ່ ຕົວແບບກຸ່ມຫັດຖະກຳແຕ້ມທຽນ 3 ເອື້ອຍນ້ອງ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້ “ຫັດຖະກຳແຕ້ມທຽນຂອງແມ່ຍິງຊົນເຜົ່າທີ່ສ້າງວຽກເຮັດງານທໍາໃຫ້ແກ່ເອື້ອຍນ້ອງແມ່ຍິງ” ວ່າ: ກ່ອນ ໜ້ານີ້ຄອບຄົວໄດ້ຢຶດຖືອາຊີບເຮັດນາປູກເຂົ້າ ແລະ ລ້ຽງສັດເປັນອາຊີບ ທໍາມາຫາກິນແບບທຳມະຊາດລາຍຮັບພໍແຕ່ກຸ້ມກິນ ບາງປີກໍອຶດຢາກຂາດເຂີນ ມາຮອດປີ 2020 ພວກຂ້າພະເຈົ້າເຫັນວ່າ ຕະຫຼາດທັງພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການຊື້ກະໂປ່ງເກົ່າ, ເສື້ອເກົ່າຂອງເຜົ່າມົ້ງ ຜ້າບ່ຽງເຜົ່າໄທດຳ ໂສ້ງແມ່ຍິງເຜົ່າຢ້າວ ຈຶ່ງພ້ອມກັນມາຄົ້ນ ຄວ້ານຳຄອບຄົວທົດລອງເກັບຊື້ເຄື່ອງເກົ່າໄປຂາຍ ພ້ອມນັ້ນ, ກໍຜະລິດຂຶ້ນໃໝ່ທີ່ຄືກັບແບບເກົ່າເພື່ອຂາຍ. ຜ່ານການທົດລອງເຫັນວ່າໄດ້ຂາຍດີມີກຳໄລ ແລະ ຕະຫຼາດມີຄວາມຕ້ອງການໂດຍສະເພາະແມ່ນຕະຫຼາດຕ່າງປະເທດ ແລະ ພາຍໃນປະ ເທດຈຳນວນໜຶ່ງ.ມາຮອດປີ 2021 ຈຶ່ງໄດ້ເອກະພາບພາຍໃນ 3 ຄອບຄົວພ້ອມກັນສ້າງກຸ່ມແຕ້ມທຽນ 3 ເອື້ອຍນ້ອງຂຶ້ນແຕ່ກໍຍັງເປັນກຸ່ມການຜະລິດຂະໜາດນ້ອຍໃນເບື້ອງຕົ້ນມີຕົ້ນທຶນທັງໝົດ 500 ລ້ານກີບ, ໃນນັ້ນທຶນຄົງທີ່ມີ 200 ລ້ານກີບ ທຶນໝູນວຽນ 300 ລ້ານກີບ, ມີພະນັກ ງານໃນກຸ່ມ 6 ຄົນ ຜ່ານການດຳເນີນມາເປັນໄລຍະ 1 ປີ ເຫັນວ່າມີລາຍຮັບດີ ມາຮອດປີ 2022 ຈຶ່ງໄດ້ຂະຫຍາຍກິດຈະ ການເອົາເງິນທີ່ທ້ອນຈາກກຳໄລມີ 1 ຕື້ກີບ ມາລົງທຶນໃສ່ຕື່ມ ໃນນີ້ມີທຶນ ໝູນວຽນ 800 ລ້ານກີບ ມາຮອດປັດຈຸ ບັນມີພະນັກງານໃນກຸ່ມທັງໝົດ 50 ຄົນ ຍິງ 41 ຄົນ ປະກອບ 2 ໜ່ວຍງານ ມີ 10 ຈຸງານຄື: ໜ່ວຍງານບໍລິຫານ ແລະ ຄຸ້ມຄອງມີ 5 ຈຸງານ, ໜ່ວຍງານການຜະ ລິດມີ 5 ຈຸງານ. ປັດ ຈຸບັນສາມາດຜະລິດສົ່ງອອກຂາຍໄດ້ 63,128 ຜືນ ມີລາຍຮັບທັງໝົດ 51 ຕື້ກວ່າກີບ ສາມາດສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງເຂດໃກ້ຄຽງໃຫ້ມີລາຍໄດ້ທີ່ໝັ້ນຄົງ.

ຈາກຜົນຜະລິດ ທີ່ໄດ້ຮັບໃນການດຳ ເນີນທຸລະກິດມາຮອດປັດຈຸບັນການຜະລິດທີ່ສົ່ງອອກມີ 4 ປະເພດຄື: ຝ້າຍຂາວ, ຝ້າຍສີ ຝ້າຍແຕ້ມທຽນ ຝ້າຍແຕ້ມແສ່ວມີ 63,128 ຜືນ ມີລາຍຮັບທັງໝົດ 51 ຕື້ກວ່າກີບ ຕົ້ນທຶນທັງໝົດ 44 ຕື້ກວ່າກີບ ຍອດກໍາໄລ 6 ຕື້ກວ່າກີບ, ພະນັກ ງານກໍາມະກອນໄດ້ຮັບເງິນເດືອນຕ່ຳສຸດ 3,500,000 ກີບ ແລະ ສູງສຸດ 5,500,000 ກີບ ພ້ອມນັ້ນໄດ້ສົ່ງປະ ເພດຝ້າຍແຕ້ມທຽນໃຫ້ເອື້ອຍນ້ອງແມ່ຍິງບັນດາບ້ານໃນທົ່ວເມືອງຫຍິບແສ່ວປະດັບສີ ລາ ຄາ 85,000 -100,000 ກີບຕໍ່ທ່ອນ, ຜົນຈາກການຜະລິດສາມາດແກ້ໄຂຄອບຄົວທຸກ ຍາກຂອງກຸ່ມແຕ້ມທຽນ 3 ເອື້ອຍນ້ອງມີຄື: ມີເຮືອນຖາ ວອນ 4 ຫຼັງ, ລົດໃຫຍ່ 4 ຄັນ, ລົດຈັກ 7 ຄັນ, ໂຮງສີເຂົ້າ 1 ເຄື່ອງ, ງົວ 100 ໂຕ ມີເງິນສົ່ງລູກຫຼານໄປສຶກສາຮໍ່າຮຽນ ແລະ ມີເງິນທ້ອນຈຳນວນໜຶ່ງ. ທ່ານ ນາງ ເນັ່ງ ທໍ່ ກ່າວໃຫ້ຮູ້ອີກວ່າ: ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດ ແລະ ເຮັດໃຫ້ທຸລະກິດຂະຫຍາຍ ຕົວຍິ່ງຂຶ້ນໃນຕໍ່ໜ້າຈະສືບຕໍ່ຮັກສາເສີມຂະຫຍາຍໃຫ້ກວ້າງ ຂວາງຕື່ມອີກໂດຍສະເພາະຈຸງານຜະ ລິດແຜ່ນແພ ຈະປຸກລະດົມຊາວບ້ານ ແລະ ບັນດາບ້ານພາຍໃນເມືອງສົບເບົາທີ່ມີເງື່ອນໄຂປູກຕົ້ນຝ້າຍມົ້ງເພື່ອສະໜອງໃຫ້ກຸ່ມຫັດຖະ ກຳແຕ້ມທຽນເພື່ອຜະລິດໃຫ້ໄດ້ຫຼາຍ ແລະ ຫຼຸດຜ່ອນການນຳເຂົ້າວັດຖຸດິບ ຈາກຕ່າງປະເທດ ຂະຫຍາຍສາຂາສົ່ງສິນຄ້າຢູ່ພາຍໃນ ຕ່າງແຂວງ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ຈະສົມທົບພາກ ສ່ວນທີ່ກ່ຽວຂ້ອງເພື່ອສະເໜີຂໍຈົດທະບຽນຊັບສິນທາງປັນຍາຫັດຖະກຳແຕ້ມທຽນ, ຈະສືບ ຕໍ່ຍົກລະດັບຄຸນນະ ພາບ ແປຮູບຜະລິດ ຕະພັນໃຫ້ຫຼາກຫຼາຍ ແລະ ມີຄຸນນະພາບສູງຂຶ້ນເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ມີລາຍຮັບທີ່ໝັ້ນຄົງ ຊຸກຍູ້ສົ່ງເສີມ ປົກປັກຮັກສາຮີດຄອງປະເພນີ ແລະ ວັດ ທະນະທຳອັນດີງາມຂອງຫັດຖະກຳແຕ້ມທຽນຂອງແມ່ ຍິງຊົນເຜົ່າ ປະກອບ ສ່ວນເຂົ້າໃນການພັດທະນາ ແລະ ສ້າງ ສາປະເທດຊາດ.