Friday, September 12, 2025
Homeຂ່າວໜ້າໜຶ່ງທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ

————————

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ໃນວັນທີ 12 ກັນຍານີ້ ໂດຍມີສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະ ມົນຕີ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະ ທານຄະນະກວດກາສູນກາງພັກ ທັງເປັນຫົວໜ້າຄະນະຮັບຜິດຊອບທາບທາມຂັ້ນສູນກາງ, ມີສະຫາຍກໍາມະການສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດກໍາມະການສູນກາງພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ ປກສ, ຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນສູນກາງ, ຜູ້ແທນຈາກກົມກອງກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຄໍາໄຫຼ ສີປະເສີດ ໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານ, ເງື່ອນໄຂຂອງກໍາມະການຄະນະບໍລິຫານງານສູນກາງພັກ ແລະ ພະນັກງານຂັ້ນຍຸດທະສາດຂອງພັກ-ລັດ ສະໄໝທີ XII.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະໄດ້ເປິດຂຶ້ນໃນຕົ້ນປີ 2026 ຊຶ່ງເປັນບາດລ້ຽວສໍາຄັນໃນການນໍາພາຂອງພັກ ເພື່ອສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ກ້າວສູ່ຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້. ໃນກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຢ່າງມີປະຊາທິປະໄຕ ເພື່ອຮັດແໜ້ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນພັກ, ຮັບປະກັນມາດຕະຖານ, ເງື່ອນໄຂຖືກຕ້ອງຄົບຖ້ວນ ແລະ ມີລັກສະນະສືບທອດຕໍ່ເນື່ອງ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດໄດ້ມອບໝາຍໃຫ້. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ປ່ອນບັດທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1.

ຂ່າວ-ພາບ: ຄຳໂຖ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments