Thursday, September 11, 2025
Homeຂ່າວຕ່າງປະເທດຫວຽດນາມ ສັ່ງໃຫ້ທະນາຄານກາງເພີ່ມຄວາມເຂັ້ມງວດປາບປາມການຄ້າຄຳຜິດກົດໝາຍ

ຫວຽດນາມ ສັ່ງໃຫ້ທະນາຄານກາງເພີ່ມຄວາມເຂັ້ມງວດປາບປາມການຄ້າຄຳຜິດກົດໝາຍ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອວັນທີ 9 ກັນຍາວ່າ: ທ່ານ ຟາມ ມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ອອກຄຳສັ່ງໃຫ້ ທະນາຄານກາງ ເພີ່ມການກວດກາ ແລະ ຈັດການ ຢ່າງເຂັ້ມງວດ ຕໍ່ການປັ່ນຕະຫລາດ ແລະ ການກັກຕຸນ ເພື່ອຊຸກຍູ້ ໃຫ້ລາຄາຄຳ ແລະ ການຄ້າຂາຍ ທີ່ຜິດກົດໝາຍ ເຮັດໃຫ້ຕະຫລາດຄຳ ພາຍໃນປະເທດ ມີການເຄື່ອນເໜັງ.

ຄຳສັ່ງດັ່ງກ່າວ ມີຂຶ້ນ ຫລັງຈາກ ລາຄາຄຳ ຢູ່ໃນຫວຽດນາມ ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເປັນເວລາ 2 ອາທິດ, ໂດຍທະນາຄານກາງ ໄດ້ຮັບມອບໝາຍ ໃຫ້ຕິດຕາມ ການເຄື່ອນໄຫວ ຂອງ ລາຄາຄຳ ທັງພາຍໃນ ແລະ ຕ່າງປະເທດ ຢ່າງໃກ້ຊິດ ພ້ອມທັງ ດຳເນີນມາດຕະການ ທີ່ຈຳເປັນທັນທີ ເພື່ອຮັກສາ ສະຖຽນລະພາບ ຂອງ ຕະຫລາດ. ນັບຕັ້ງແຕ່ປີນີ້ ລາຄາຄຳ ຢູ່ໃນຫວຽດນາມ ເພີ່ມຂຶ້ນຫລາຍກວ່າ 40%, ເປັນຕົວເລກສູງສຸດ ເປັນປະຫວັດສາດຫລາຍກວ່າ 135 ລ້ານດົງ ຕໍ່ 1 ບາດ ເມື່ອອາທິດຜ່ານມາ. ຂະນະດຽວກັນ ລາຄາຄໍາ ໃນຫວຽດນາມ ຍັງສູງກວ່າລາຄາຄໍາ ໃນຕະຫລາດໂລກ ປະມານ 20 ລ້ານດົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments