ໃນຕອນເຊົ້າຂອງວັນທີ 7 ກັນຍາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ. ກູບາ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທີ 3 ແລະ ຖືເປັນນິມິດໝາຍອັນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ສອງປະເທດ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນຂອງການພົບປະ ລະຫວ່າງ ສອງຜູ້ນໍາ ລາວ ແລະ ກູບາ ອັນເປັນການຢໍ້າຄືນອີກເທື່ອໜຶ່ງ ເຖິງສາຍພົວພັນທີ່ດີ ແລະ ຄວາມຈິງໃຈຕໍ່ກັນ ລະຫວ່າງພັກ, ລັດ ແລະ ການນໍາສູງສຸດຂອງສອງປະເທດ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສ. ກູບາ ໃນຂົງເຂດຕ່າງໆ ໂດຍສະເພາະແມ່ນຂົງເຂດການສຶກສາ, ກິລາ ແລະ ສາທາລະນະສຸກ.

ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນທີ່ມີມູນເຊື້ອຖານເພື່ອນມິດຍຸດທະສາດ ລະຫວ່າງ ລາວ-ກູບາ, ການນໍາພັກ-ລັດ ຂອງສອງປະເທດ ມີຄວາມສະໜິດສະໜົມ, ມີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ກັນ ແລະ ກັນ ໃນການສືບຕໍ່ພາລະກິດສ້າງສັງຄົມນິຍົມຮ່ວມກັນ, ເຊິ່ງໄດ້ສະແດງອອກຢ່າງຈະແຈ້ງໃນການແລກປ່ຽນຄະນະຜູ້ແທນ ກໍຄື ການພົບປະປຶກສາຫາລືກັນໃນເວທີຕ່າງໆ, ລວມທັງສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຂົງເຂດທີ່ມີຢູ່ແລ້ວ ເປັນຕົ້ນ ການສຶກສາ, ກິລາ, ສາທາລະນະສຸກ ແລະ ກະສິກໍາ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ພ້ອມທັງສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດອື່ນໆອີກ ທີ່ສອງຝ່າຍມີທ່າແຮງຮ່ວມກັນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ສອງປະເທດ.

ໃນຂະນະດຽວກັນ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ. ກູບາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ກູບາ ແລະ ລາວ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ກໍໄດ້ຖືໂອກາດເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເດີນທາງໄປຢ້ຽມຢາມ ສ. ກູບາ ຢ່າງເປັນທາງການ ໃນເວລາອັນເໝາະສົມ ສໍາລັບ ສອງຝ່າຍ, ຊຶ່ງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕອບຮັບຕາມຄໍາເຊື້ອເຊີນດັ່ງກ່າວ.
