ໃນວັນທີ 4 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບິລານ ໂອຣັງເຊບ ດູຣານີ ຜູ້ຕາງໜ້າອົງ ການສະຫະປະຊາຊາດເພື່ອເດັກ (ອຸຍນີເຊບ) ປະຈຳ ສປປ ລາວ. ຈຸດປະສົງເພື່ອປຶກສາຫາລື ໃນການເພີ່ມທະວີການ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ, ພ້ອມທັງຂອບໃຈຕໍ່ອົງການອຸຍນີເຊບ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫລອດໄລຍະຫລາຍປີຜ່ານມາ ໂດຍສະເພາະວຽກງານທີ່ຕິດພັນກັບແມ່ ແລະ ເດັກ.

ນອກຈາກນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືກັນຫລາຍບັນຫາ ເປັນຕົ້ນ ແມ່ນການກະກຽມໃຫ້ແກ່ການພົບ ປະຂັ້ນສູງ ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃນທ້າຍເດືອນຕຸລາ 2025 ນີ້ ແລະ ບັນຫາການລະດົມ ທຶນເພື່ອມາຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ. ໃນຕອນທ້າຍທັງ ສອງຝ່າຍ ກໍໄດ້ໃຫ້ຄໍາ ໝາຍໝັ້ນ ໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືເຊິ່ງກັນ ແລະ ກັນໃນຕໍ່ໜ້າ.
ອົງການອຸຍນີເຊບ ເປັນໜຶ່ງໃນອົງການເຄືອຂ່າຍຂອງ ສປຊ ເຊິ່ງໄດ້ຖືກສ້າງຕັ້ງຂື້ນໃນປີ 1946, ອົງການດັ່ງ ກ່າວ ແມ່ນໃຫ້ຄວາມສໍາຄັນໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກນ້ອຍໃນທົ່ວໂລກ. ອົງການອຸຍນີເຊບ ໄດ້ເລີ່ມເຂົ້າມາຊ່ວຍເຫລືອ ສປປ ລາວ ແຕ່ປີ 1950 ແລະ ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າ ເພື່ອເຄື່ອນໄຫວວຽກ ງານຢູ່ ສປປ ລາວ ໃນປີ 1973 ເຊິ່ງອົງການອຸຍນີເຊບ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍຂົງເຂດ ເປັນ ຕົ້ນ ແມ່ນຊ່ວຍສະໜັບສະໜູນໃນວຽກງານການພັດທະນາ ທີ່ຕິດພັນກັບແມ່ ແລະ ເດັກ ເຊັ່ນ: ການສຶກສາ, ສາທາລະນະສຸກ, ໂພຊະນາການ, ການປົກປ້ອງເດັກ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສິ່ງແວດ ລ້ອມທີ່ກະທົບຕໍ່ເດັກ. ປັດຈຸບັນ, ສປປ ລາວ ແລະ ອົງການອຸຍນີເຊບ ກໍາລັງຈັດຕັ້ງປະຕິບັດ ແຜນງານການຮ່ວມມື (Country Programme Document) ໄລຍະປີ 2022-2026 ຄາດຄະເນງົບປະມານທີ່ນໍາໃຊ້ເຂົ້າໃນແຜນ ງານດັ່ງກ່າວ ແມ່ນປະມານ 100 ລ້ານ ໂດລາສະຫະລັດ.
ພ້ອມກັນນີ້, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ເປັນສະມາຊິກໃນສະພາບໍລິຫານ ຂອງອົງການອຸຍນີເຊບ ສົກປີ 2025-2027 ເຊິ່ງ ສປປ ລາວ ເຄີຍເປັນສະມາຊິກມາກ່ອນໃນປີ 2001-2003. ສະພາບໍລິຫານດັ່ງກ່າວ ມີບົດບາດໃນການອະນຸມັດ, ຕິດຕາມ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານຂອງ ອົງການ ອຸຍນີເຊບ ໃນທົ່ວໂລກ, ມີສະມາຊິກ 36 ປະເທດ, ເລືອກຕັ້ງທຸກໆ 3 ປີ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ສປປ ລາວ ກໍໄດ້ປະຕິບັດໜ້າທີ່ຂອງຕົນໃນສະພາບໍລິຫານຂອງອົງການອຸຍນີເຊບ ຕາມພາລະບົດບາດ ແລະ ຄວາມສາມາດ ຂອງຕົນ.
ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ