Thursday, September 4, 2025
Homeຂ່າວໜ້າໜຶ່ງຄະນະຜູ້ແທນສື່ມວນຊົນລາວ ເດີນທາງເຂົ້າຮ່ວມເວທີປາໄສສື່ມວນຊົນ ແລະ ຄັງປັນຍາທົ່ວໂລກໃຕ້ປີ 2025 ທີ່ນະຄອນຄຸນໝິງ

ຄະນະຜູ້ແທນສື່ມວນຊົນລາວ ເດີນທາງເຂົ້າຮ່ວມເວທີປາໄສສື່ມວນຊົນ ແລະ ຄັງປັນຍາທົ່ວໂລກໃຕ້ປີ 2025 ທີ່ນະຄອນຄຸນໝິງ

ໃນຕອນເຊົ້າວັນທີ 4 ກັນຍານີ້, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ໄດ້ນຳພາຄະນະຜູ້ແທນສື່ມວນ ຊົນລາວ ຈາກໜັງສືພິມປະຊາຊົນ, ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດເດີນທາງເຂົ້າຮ່ວມກອງປະຊຸມເວທີປາໄສສື່ມວນຊົນ ແລະ ຄັງປັນຍາທົ່ວໂລກໃຕ້ປະຈໍາປີ 2025 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໂດຍມີທ່ານນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ພ້ອມຄະນະ ໃຫ້ກຽດສົ່ງຄະນະຜູ້ແທນສື່ມວນຊົນລາວ ທີ່ສະໜາມ ບິນສາກົນວັດໄຕ.

ໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ກ່າວສະແດງຄວາມຍິນດີ ແລະ ອວຍພອນໄຊໃຫ້ ທ່ານ ຄໍາພັນ ເຜີຍຍະວົງ ພ້ອມຄະນະ ເດີນທາງດ້ວຍຄວາມສະຫວັດດີພາບ ພ້ອມທັງນໍາເອົາຜົນສໍາເລັດໃນ ວຽກງານຕ່າງໆກັບມາສູ່ປະເທດ.

ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ສະແດງຄວາມຂອບໃຈນໍາທ່ານນາງ ວິລະວອນ ພັນທະວົງ ທີ່ໄດ້ນໍາພາ ຄະນະມາສົ່ງໃນຄັ້ງນີ້, ພ້ອມຢືນຢັນວ່າການເດີນທາງໄປເຂົ້າຮ່ວມເວທີປາໄສສື່ມວນຊົນ ແລະ ຄັງປັນຍາທົ່ວໂລກ ໃຕ້ ແລະ ຢ້ຽມຢາມນະຄອນຄຸນໝິງໃນຄັ້ງນີ້ ຈະເປັນໂອກາດອັນດີ ເປັນປະໂຫຍດສູງສຸດຕໍ່ຄະນະໂຄສະນາ ອົບຮົມສູນກາງພັກ ກໍຄືສື່ມວນຊົນຂອງ ສປປ ລາວ. ການນໍາພາຄະນະສື່ມວນຊົນລາວເດີນທາງໄປເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ກັນຍາ 2025.

(ຂ່າວ-ພາບ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments