ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຕາງໜ້າບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມນັບຖື ແລະ ຂໍສົ່ງຄຳອວຍພອນໄຊອັນປະເສີດ, ພ້ອມດ້ວຍໄມຕີຈິດອັນດູດດື່ມ, ອົບອຸ່ນຖານສະຫາຍອ້າຍນ້ອງ ມາຍັງບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວ.
ຮຽນບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງທັງຫຼາຍ,
ໂດຍຕອບສະໜອງຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ “ຊົ່ວໂມງຊີ້ຂາດຊາຕາກຳຂອງຊົນຊາດພວກເຮົາໄດ້ມາເຖິງແລ້ວ, ໃຫ້ປວງຊົນທົ່ວປະເທດຈົ່ງລຸກຂຶ້ນ ແລະ ນຳໃຊ້ກຳລັງແຮງຂອງຕົນເພື່ອປົດປ່ອຍຕົວເອງ”, ວັນທີ 19 ສິງຫາ 1945, ປະຊາຊົນຫວຽດນາມທັງໝົດໄດ້ພ້ອມກັນລຸກຮື້ຂຶ້ນໃນທົ່ວປະເທດ, ປະຕິບັດການປະຕິວັດເດືອນສິງຫາ, ໄດ້ທຳລາຍແອກລ່າເມືອງຂຶ້ນ, ສັກດິນາ ແລະ ຍາດອຳນາດຄືນສູ່ປະຊາຊົນຢ່າງຄົບຖ້ວນ.
ວັນທີ 02 ກັນຍາ 1945, ຢູ່ສະໜາມຫຼວງປະຫວັດສາດບາດິ່ງ, ປະທານ ໂຮ່ຈິມິນ, ໃນນາມລັດຖະບານຊົ່ວຄາວໄດ້ອ່ານບົດປະກາດເອກະລາດ, ເປັນກຽດຖະແຫຼງສິດທິເອກະລາດ, ອິດສະຫຼະພາບ, ຄວາມສະເໝີພາບຂອງປະຊາຊົນຫວຽດນາມຕໍ່ທົ່ວໂລກ; ສະຖາປະນາ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ປະຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ເປີດສັກກະຫຼາດໃໝ່ໃຫ້ແກ່ຊົນຊາດຫວຽດນາມ: ສັກກະຫຼາດທີ່ເປັນເຈົ້າຂອງປະເທດຊາດ, ອິດສະຫຼະພາບ, ເປັນເຈົ້າຂອງຊາຕາກຳຂອງຕົນ; ສັກກະຫຼາດຂອງເອກະລາດແຫ່ງຊາດທີ່ຕິດພັນກັບສັງຄົມນິຍົມ.
ນັບແຕ່ບາດລ້ຽວປະຫວັດສາດອັນຍິ່ງໃຫຍ່ນັ້ນ,ໂດຍຖືເອົາສັດຈະທຳທີ່ວ່າ“ບໍ່ມີຫຍັງປະເສີດໄປກວ່າເອກະລາດ ແລະ ອິດສະຫຼະພາບ”, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາຍຫຼັງ 3 ທົດສະວັດສືບຕໍ່ສູ້ຮົບເປັນເວລາດົນນານ, ປະຊາຊົນຫວຽດນາມ ໄດ້ສາມັກຄີຮ່ວມກັນປະຕິບັດພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງອົງອາດກ້າແກ່ນເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງປະເທດຊາດ, ສ້າງສາ ແລະ ພັດທະນາປະເທດ. ພ້ອມດຽວກັນນັ້ນ, ກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ພາຍຫຼັງເກືອບ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່ອັນຍິ່ງໃຫຍ່, ເຊິ່ງລິເລີ່ມ ແລະ ນຳພາໂດຍພັກ, ພື້ນຖານເສດຖະກິດຫວຽດນາມ ເລີ່ມພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນອັດຕາທີ່ສູງສົມຄວນ, ດ້ວຍອັດຕາການເຕີບໂຕສະເລ່ຍເກືອບ 7% ຕໍ່ປີ. ປີ 2024, ຂອບຂະໜາດເສດຖະກິດຂອງຫວຽດນາມໄດ້ຢູ່ອັນດັບທີ 32 ໃນໂລກ (476 ຕື້ ໂດລາສະຫະລັດ); ການເຕີບໂຕ GDP ບັນລຸ ເກືອບ 7,09%; GDP ຕໍ່ຫົວຄົນບັນລຸ 4.700 ໂດລາສະຫະລັດ/ຄົນ; ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 17,6 ລ້ານເທື່ອຄົນ; ຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າບັນລຸປະມານ 786,3 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ), ເກີນດຸນຫຼາຍກວ່າ 24,7 ຕື້ ໂດລາສະຫະລັດ, ຢູ່ໃນກຸ່ມຂອງ 20 ປະເທດທີ່ມີພື້ນຖານເສດຖະກິດໃຫຍ່ທີ່ສຸດທາງດ້ານການຄ້າ ແລະ ການດືງດູດການລົງທຶນຂອງຕ່າງປະເທດ; ເປັນອັນດັບທີ 23 ຂອງທົ່ວໂລກໃນດ້ານການສົ່ງອອກສິນຄ້າ; ໃນຈຳນວນ 15 ປະເທດກຳລັງພັດທະນາທີ່ດຶງດູດທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ, ບັນລຸປະມານ 40 ຕື້ ໂດລາສະຫະລັດ/ປີ.
ໃນ 6 ເດືອນຕົ້ນປີ 2025, ເຖິງວ່າປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຂອງສະພາບການພາກພື້ນ ແລະ ສາກົນ, ແຕ່ເສດຖະກິດຫວຽດນາມ ສືບຕໍ່ບັນລຸໄດ້ລະດັບການເຕີບໂຕທີ່ມະຫັດສະຈັນ, ສູງສຸດໃນເກືອບ 2 ທົດສະວັດທີ່ຜ່ານມາ (ປະມານ 7,52%); ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄດ້ອັດຕາເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງທີ່ສຳຄັນຂອງພື້ນຖານເສດຖະກິດ. ຍອດມູນຄ່ານຳເຂົ້າ-ສົ່ງອອກເພີ່ມຂຶ້ນ 14,4%, ບັນລຸ 219 ຕື້ ໂດລາສະຫະລັດ, ເກີນດຸນ 7,63 ຕື້ ໂດລາສະຫະລັດ ແມ່ນ ຄວາມສຳເລັດທີ່ມະຫັດສະຈັນໃນສະພາບການປະຈຸບັນ. ການທ່ອງທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 10,7 ລ້ານຄົນ (ເພີ່ມຂຶ້ນ 20,7%). ທຶນ FDI ທີ່ໄດ້ຈົດທະບຽນແມ່ນຈຳນວນສູງສຸດນັບແຕ່ປີ 2009, ບັນລຸ 21,5 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 32,6%), ໃນນັ້ນຍອດທຶນປະຕິບັດໄດ້ບັນລຸ 11,7 ຕື້ ໂດລາສະຫະລັດ.
ຄາດຄະເນວ່າໃນໝົດປີ 2025, GDP ຂອງຫວຽດນາມ ຈະບັນລຸຫຼາຍກວ່າ 510 ຕື້ ໂດລາສະຫະລັດ, ລາຍຮັບສະເລ່ຍຕໍ່ຫົວຄົນຈະບັນລຸ 4.750 ໂດລາສະຫະລັດ/ຄົນ. ອັດຕາການຂະຫຍາຍໂຕດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດ ຟື້ນຟູຢ່າງແຂງແຮງເທົ່ານັ້ນ, ຫາກຍັງຢືນຢັນທ່າທີໃໝ່, ພື້ນຖານກຳລັງແຮງພາຍໃນທີ່ໜັກແໜ້ນ, ກຽມພ້ອມໃຫ້ບັນດາບາດກ້າວບຸກທະລຸທີ່ໜ້າປະທັບໃຈໃນຍຸກສະໄໝບືນຕົວຂອງຊົນຊາດຫວຽດນາມ.
ປີ 2025, ບັນດາກົນໄກ ແລະ ນະໂຍບາຍຂອງຫວຽດນາມ ຈະສືບຕໍ່ມີບາດກ້າວຢ່າງມີຫົວຄິດປະດິດສ້າງ,ເຂັ້ມແຂງແຮງກ້າ. ການສັບຊ້ອນກົງຈັກ, ຫົວໜ່ວຍປົກຄອງຂັ້ນຮາກຖານ, ນຳໃຊ້ກົງຈັກ ຂອງອົງການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງເປັນທາງການ ແຕ່ວັນທີ 1 ກໍລະກົດ 2025 ເປັນອີກບາດກ້າວບຸກທະລຸໜຶ່ງໃນການປະຕິຮູບດ້ານກົດບັນຢັດ ເພື່ອສ້າງກົງຈັກລັດ “ຍອດຢ້ຽມກະທັດຮັດ, ອຳນາດສັກສິດ, ປະສິດທິພາບ ແລະ ມີປະສິດທິຜົນ”; ເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງກົງຈັກບໍລິຫານລັດຂອງຫວຽດນາມ; ຊ່ວຍແກ້ໄຂບັນດາສິ່ງກີດຂວາງ, ຊຸກຍູ້ຄວາມໄວຂອງການປະຕິບັດລະບຽບການບໍລິຫານ ແລະ ສ້າງສະພາບແວດລ້ອມລົງທຶນດຳເນີນທຸລະກິດຢ່າງ ຊັດແຈ້ງໂປ່ງໃສ, ແກ່ງແຍ້ງ, ນຳພາ ຫວຽດນາມ ເຂົ້າສູ່ໄລຍະພັດທະນາໃໝ່, ຍຸກສະໄໝແຫ່ງການບືນຕົວຂອງຊາດ.
ໃນຖານະທີ່ເປັນຊາວຫວຽດນາມ, ພວກເຮົາຮູ້ສຶກພາກພູມໃຈເມື່ອເບິ່ງຄືນໃນໄລຍະ 80 ປີທີ່ຜ່ານມາ, ຈາກຊົນຊາດທີ່ຖືກປົກຄອງ, ເປັນປະເທດທຸກຍາກ, ຫຼ້າຫຼັງ, ເສດຖະກິດຖືກຊຸດໂຊມ, ພື້ນຖານໂຄງລ່າງຖືກຜົນກະທົບຢ່າງໜັກໜ່ວງຈາກສົງຄາມ ແລະ ປະເຊີນໜ້າກັບການປິດລ້ອມ, ຂວ້ຳບາດ ທີ່ຍືດເຍື້ອຍາວນານຈາກພາຍນອກ, ພາຍໃຕ້ການນຳພາຂອງພັກ, ຫວຽດນາມໄດ້ຜ່ານຜ່າບັນດາອຸປະສັກເທື່ອລະກ້າວ, ສ້າງປະເທດດ້ວຍການປ່ຽນແປງໃໝ່ທີ່ຍິ່ງໃຫຍ່; ສືບຕໍ່ປັບປຸງ ແລະ ເພີ່ມທະວີການຫັນເປັນທັນສະໄໝຂອງກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ຮັກສາເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດຢ່າງແໜ້ນແຟ້ນ; ບືນຂຶ້ນເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ. ອັດຕາການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາຈາກ ທະນາຄານໂລກ, ທະນາຄານພັດທະນາອາຊີ ແລະ ກອງທຶນເງິນຕາສາກົນ ວ່າ ແມ່ນໜຶ່ງໃນບັນດາປະເທດທີ່ມີການເຕີບໂຕສູງໃນພາກພື້ນ, ໃນໂລກ ແລະ ໄດ້ຮັບການຕີລາຄາສູງຈາກຫຼາຍອົງການຈັດຕັ້ງສາກົນອື່ນໆ.
ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,
ບັນດາຜົນງານທີ່ໜ້າປະທັບໃຈເຫຼົ່ານີ້ບໍ່ສາມາດແຍກອອກຈາກພື້ນຖານການເມືອງ ແລະ ສັງຄົມທີ່ໝັ້ນຄົງ ແລະ ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະດິດສ້າງ, ການປະຕິຮູບ ແລະ ປັບປຸງກົດບັນຢັດ. ບັນດາ “ພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນ” ເຫຼົ່ານັ້ນ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສະຫງ່າງາມ, ສະຕິປັນຍາ ແລະ ຄວາມປີຊາສາມາດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການເດີນທາງບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ຄົ້ນຄືນແຫຼ່ງກຳລັງພາຍໃນ, ຍາດແຍ່ງກາລະໂອກາດ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ພັດທະນາແບບຍືນຍົງ.
ຄຽງຄູ່ກັບການບຸກບືນຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ, ພິເສດແມ່ນການຮ່ວມເດີນທາງ, ການຊ່ວຍເຫຼືອສຸດອົກສຸດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວ.
ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຮູ້ບູນຄຸນ ແລະ ຂອບອົກຂອບໃຈຢ່າງສຸດໃຈມາຍັງພັກ, ລັດ ແລະ ປະຊາຊົນລາວທີ່ຍາມໃດກໍໄດ້ໃຫ້ຄວາມສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ. ຂ້າພະເຈົ້າກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ວົງຄະນະຍາດຊາວຫວຽດນາມທີ່ທໍາມາຫາກິນ ແລະ ດຳລົງຊີວິດຢ່າງໝັ້ນຄົງຢູ່ລາວ ກໍຄືບັນດາວິສາຫະກິດ ຫວຽດນາມ ທີ່ກຳລັງຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ, ເພື່ອໃຫ້ເຂົາເຈົ້າສາມາດ ປະກອບສ່ວນເຂົ້າໃນການສ້າງປະເທດ ສປປ ລາວ ພັດທະນາໃຫ້ວັດທະນາຖາວອນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງສອງຊາດຫວຽດນາມ – ລາວ.
ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,
ນັບແຕ່ສະໄໝບູຮານ, ສອງຊາດຫວຽດ – ລາວ ຍາມໃດກໍຕິດພັນສະໜິດສະໜົມກັນ. ການພົວພັນລະຫວ່າງສອງປະເທດແມ່ນການພົວພັນ “ບ້ານໃກ້ເຮືອນຄຽງ” ພ້ອມທີ່ຈະຊ່ວຍເຫຼືອ, ແບ່ງປັນເຊິ່ງກັນ ແລະ ກັນ, ເຕັມໄປດ້ວຍຄວາມຮັກແພງ. ພິເສດແມ່ນນັບຕັ້ງແຕ່ພັກກອມມູນິດອິນດູຈີນ ຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ກຳເນີດຂຶ້ນມາ, ເຊິ່ງໄດ້ປະທານ ໂຮ່ຈິມິນ ຜູ້ຍີ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳສືບທອດ ແລະ ປະຊາຊົນຂອງສອງປະເທດ, ໄດ້ກາຍເປັນສາຍພົວພັນແບບເປັນຕາຍ, ເປັນແບບຢ່າງ, ຊື່ສັດ, ບໍລິສຸດ ທີ່ຫາຍາກໃນການພົວພັນສາກົນ, ເປັນການພົວພັນມີຄຸນລັກສະນະລະກົດເກນ, ເປັນປັດໄຈທີ່ຮັບປະກັນໄຊຊະນະໃຫ້ແກ່ການປະຕິວັດ ແລະ ເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ແລະ ເປັນແຫຼ່ງຊັບພະຍາກອນອັນໃຫຍ່ຫຼວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.
ບົນພື້ນຖານນັ້ນ, ພວກເຮົາຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດທີ່ໄດ້ເຫັນວ່າ, ໃນຊຸມປີທີ່ຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ – ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ກວ້າງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາປະເທດຊາດ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ການພົວພັນດ້ານການເມືອງສືບຕໍ່ໄດ້ປັບປຸງຮັດແໜ້ນຢ່າງໜັກແໜ້ນ, ເປັນຫຼັກແຫຼ່ງກຳນົດທິດສັງລວມ ສາຍພົວພັນສອງປະເທດ. ການນຳຂັ້ນສູງຂອງສອງປະເທດໄດ້ພົບປະ ແລະ ແລກປ່ຽນກັນເປັນປະຈຳ, ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງສຸດ. ເສົາຄ້ຳແຫ່ງການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບນັບມື້ນັບສະໜິດສະໜົມ, ເລິກເຊິ່ງ ແລະ ກວ້າງຂວາງຮອບດ້ານ; ປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຍົກສູງພາລະບົດບາດ ແລະ ອິດທິພົນຂອງທັງສອງປະເທດ ຫວຽດນາມ – ລາວ ໃນພາກພື້ນ ແລະ ສາກົນ.
ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໄດ້ຮັບຄວາມເອົາໃຈໃສ່, ປ່ຽນແປງໃໝ່, ຊຸກຍູ້ ແລະ ບັນລຸໄດ້ຫຼາຍບາດກ້າວທີ່ຕັ້ງໜ້າ, ພື້ນຖານເສດຖະກິດສອງປະເທດນັບມື້ນັບໄດ້ຮັບການຊຸກຍູ້ ແລະ ເຊື່ອມໂຍງຢ່າງແໜ້ນແຟ້ນ. ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການລົງທຶນ ດ້ວຍຍອດທຶນ 7 ຕື້ ກວ່າ ໂດລາສະຫະລັດ. ໃນ 7 ເດືອນຕົ້ນປີ 2025, ລວມມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ – ລາວ ໄດ້ບັນລຸ 2 ຕື້ ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ເທົ່າກັບປະມານ 20% ຂອງມູນຄ່າການນຳເຂົ້າ-ສົ່ງອອກຂອງລາວໃນ 7 ເດືອນຜ່ານມາ. ໃນນັ້ນ, ຫວຽດນາມຂາດດຸນການຄ້າກັບລາວແມ່ນຫຼາຍກວ່າ 500 ລ້ານໂດລາສະຫະລັດ. ນີ້ກໍ່ແມ່ນຍອດມູນຄ່າການຄ້າ ລະຫວ່າງ ສອງປະເທດທີ່ສູງສຸດໃນຮອບ 10 ປີຜ່ານມາ (2016-2025). ພິເສດ, ດ້ວຍການເປີດນຳໃຊ້ທ່າເຮືອແຫ່ງທີ 3 ຂອງທ່າເຮືອສາກົນ ວູງອ໋າງ, ສອງປະເທດໄດ້ຮ່ວມກັນປະຕິບັດທິດທາງຍຸດທະສາດຂອງພັກປະຊາຊົນປະຕິວັດລາວ, ຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດໃຈກາງເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ຢູ່ພາກພື້ນຜ່ານທາງທະເລ.
ການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທຳ, ການພົບປະແລກປ່ຽນລະຫວ່າງປະຊາຊົນ, ການພັດທະນາຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບການເອົາໃຈໃສ່, ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ການທີ່ຫວຽດນາມ ແລະ ລາວ ໄດ້ສົມທົບກັນຍື່ນສະເໜີ ແລະ ອົງການ UNESCO ໄດ້ຮັບຮອງໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງລາວ ເປັນມໍລະດົກໂລກທາງທໍາມະຊາດ ຂ້າມຊາຍແດນຮ່ວມກັບອຸທິຍານແຫ່ງຊາດ ຟອງຍາ – ແກບາງ ຂອງຫວຽດນາມ ສືບຕໍ່ສະແດງໃຫ້ເຫັນສາຍພົວພັນພິເສດລະຫວ່າງສອງປະເທດໃນຍຸກແຫ່ງສັນຕິພາບ, ພິເສດ, ນີ້ຈະເປັນການປະກອບສ່ວນຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກໃນຂົງເຂດການທ່ອງທ່ຽວ, ຄຸ້ມຄອງສິ່ງແວດລ້ອມທຳມະຊາດແບບຍືນຍົງ ແລະ ຍົກສູງບົດບາດພາບພົດຂອງທັງສອງປະເທດ.
ການສົມທົບຈັດຕັ້ງພິທີຮັບຮອງ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນ ລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ເປັນສັນຍາລັກອັນສະຫງ່າງາມຂອງຄວາມສາມັກຄີແບບພິເສດ ຫວຽດນາມ – ລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດເມື່ອກ່ອນ. ເຫດການນີ້ຈະປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດກ່ຽວກັບຮີດຄອງປະເພນີ ແລະ ຄວາມໝາຍສຳຄັນພິເສດຂອງສາຍພົວພັນຫວຽດນາມ-ລາວ ກໍຄືເຮັດໃຫ້ອຸດົມສົມບູນກວ່າຊັບສົມບັດອັນລ້ຳຄ່າ ເຊິ່ງໄດ້ກໍ່ສ້າງດ້ວຍເລືອດເນື້ອເຫື່ອແຮງຂອງພະນັກງານ, ນັກຮົບ ແລະ ປະຊາຊົນ ຫວຽດນາມ ແລະ ລາວ ນັບເປັນໝື່ນເປັນແສນຄົນ.
ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,
ພັກ ແລະ ລັດ ຫວຽດນາມ ໄດ້ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນພິເສດຫວຽດນາມ – ລາວ. ຫວຽດນາມ ກຳລັງ ແລະ ຈະສືບຕໍ່ເປີດກວ້າງຕະຫຼາດຂອງຕົນໃຫ້ແກ່ສິນຄ້າ ແລະ ຜະລິດຕະພັນຂອງລາວຕື່ມອີກ; ເພີ່ມທະວີການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພື້ນຖານໂຄງລ່າງຄົມມະນາຄົມ; ແລະ ເຊື່ອມຕໍ່ສອງພຶ້ນຖານເສດຖະກິດ. ສິນຄ້າຂອງລາວສາມາດຜ່ານບໍ່ວ່າຈະເປັນດ່ານຊາຍແດນ ຫຼື ທ່າເຮືອ ທາງທະເລໃດໜຶ່ງຂອງຫວຽດນາມ ໄປສູ່ບັນດາຕະຫຼາດໃນພາກພື້ນ ແລະ ສາກົນ, ປະກອບສ່ວນຮ່ວມກັບປະຊາຊົນລາວ ເພື່ອສ້າງສາປະເທດລາວໃຫ້ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ໃນສະພາບການຂອງພາກພື້ນ ແລະ ໂລກທີ່ນັບມື້ນັບສັບສົນ, ປ່ຽນແປງຢ່າງວ່ອງໄວ, ບໍ່ສາມາດຄາດຄະເນໄດ້, ສິ່ງທ້າທາຍ ແລະ ກາລະໂອກາດທີ່ສະຫຼັບກັນ, ຫວຽດນາມ ແລະ ລາວ ຕ້ອງສາມັກຄີ, ຄຽງບ່າຄຽງໄຫຼ່, ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະ ສ້າງເງື່ອນໄຂຫຼາຍກ່ວາເກົ່າ, ເພື່ອຮ່ວມກັນພັດທະນາບົນພື້ນຖານບັນດາຫຼັກການ ແລະ ຖະແຫຼງການຮ່ວມທີ່ສອງຝ່າຍໄດ້ເປັນເອກະພາບ. ໃນສະພາບການໃດກໍຕາມ, ສອງປະເທດຫວຽດນາມ ແລະ ລາວ ຕ້ອງມີຄວາມໝັ້ນຄົງ ແລະ ບຸກບືນສຸດຄວາມສາມາດເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງປະເທດໃຫ້ສຳເລັດຜົນ; ຮ່ວມກັນ ຢ່າງໜັກແໜ້ນເດີນທາງໃນເສັ້ນທາງກໍ່ສ້າງສັງຄົມນິຍົມ; ເສີມຂະຫຍາຍກຳລັງແຮງພາຍໃນ, ເປັນເຈົ້າຕົນເອງ, ອີງໃສ່ກຳລັງແຮງຂອງຕົນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງເໝາະສົມກັບການພົວພັນລະຫວ່າງຫວຽດນາມ – ລາວ ແລະ ມາດຕະຖານຂອງສາກົນ, ເພື່ອການພັດທະນາທີ່ຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ຄຸນຄ່າທີ່ຍືນຍົງຄົງຕົວຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ບໍ່ພຽງແຕ່ໄດ້ເຊື່ອມຈອດດ້ວຍການເສຍສະຫຼະເພື່ອກັນ ແລະ ກັນ ທີ່ໄດ້ທົດສອບຜ່ານຂະບວນການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນເທົ່ານັ້ນ, ຫາກຍັງໄດ້ເພີ່ມທະວີຄູນຂຶ້ນດ້ວຍນ້ຳໃຈຮັກແພງທີ່ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈຢ່າງເດັດຖານລະຫວ່າງການນຳຂັ້ນສູງ ສອງ ປະເທດ ແລະ ການຄຽງບ່າຄຽງໄຫຼ່, ການແບ່ງປັນລະຫວ່າງປະຊາຊົນ ສອງຊາດໃນຕະຫຼອດເສັ້ນທາງແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍຄືພື້ນຖານຍຸດທະສາດອັນໜັກແໜ້ນໃຫ້ແກ່ການພັດທະນາທັງສອງປະເທດໃນປັດຈຸບັນກໍຄືອະນາຄົດ. ການປົກປັກຮັກສາ, ປັບປຸງ, ພັດທະນາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງແມ່ນຄວາມພາກພູມໃຈຂອງພວກເຮົາແຕ່ລະຄົນໃນທຸກວັນນີ້, ພ້ອມກັນປະກອບສ່ວນກໍ່ສ້າງອະນາຄົດຮ່ວມກັນຂອງສອງຊາດ.
ຂ້າພະເຈົ້າເຊື່ອໝັ້ນວ່າ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ ຈະ “ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ, ບໍ່ເລິກປູນປານໄດ້”, “ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ” ແລະ “ຫອມຫວນກວ່າດອກໄມ້ທີ່ຫອມທີ່ສຸດ” ຕາມການນຳສອງປະເທດພວກເຮົາເຄີຍປາດຖະໜາມຸ່ງຫວັງ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ສຳເລັດຢ່າງຈົບງາມ, ກະກຽມ ແລະ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກທຸກຂັ້ນ, ກ້າວໄປສູ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວສຳເລັດມີໄຊ ໃນຕົ້ນປີ 2026.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ທົ່ວໂລກ.