ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 80 ປີ, ດ້ວຍຄວາມມຸ່ງມາດປາຖະໜາອັນແຮງກ້າ ໃນການຍາດເອົາເອກະລາດ, ອິດສະຫຼະພາບ ມາໃຫ້ແກ່ປະເທດຊາດ ພາຍຫຼັງການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ, ໃນວັນທີ 2 ກັນຍາ ປີ 1945 ຢູ່ນະຄອນຫຼວງຮ່າໂນ້ຍ, ປະທານ ໂຮ່ຈີິມິນ ໄດ້ອ່ານບົດຖະແຫຼງປະກາດເອກະລາດ ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບຄວາມເປັນເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໃນນັ້ນ ໄດ້ເນັ້ນໜັກວ່າ: “ປະເທດຫວຽດນາມມີສິດໄດ້ຮັບຄວາມເປັນເອກະລາດ ແລະ ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງທີ່ມີອິດສະລະພາບ ແລະ ຄວາມເປັນເອກະລາດ. ທົ່ວປວງຊົນທັງຊາດຫວຽດນາມ ຕັດສິນໃຈຈະອຸທິດຈິດໃຈ ແລະ ກຳລັງແຮງ, ຊີວິດອິນຊີ ແລະ ຊັບສິນທັງໝົດເພື່ອປົກປັກຮັກສາອິດສະຫຼະພາບ ແລະ ຄວາມເປັນເອກະລາດ ດັ່ງກ່າວ”. ການກຳເນີດຂອງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແມ່ນຂີດ ໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ຂອງຊາດ ຊຶ່ງແມ່ນສັງກາດແຫ່ງຄວາມເປັນເອກະລາດ, ອິດສະລະ ພາບ ແລະ ເປັນເຈົ້າຊາຕາກຳ ຂອງຊາດ.
ຕະຫຼອດໄລຍະ 80 ປີຜ່ານມາ, ປະຊາຊົນຫວຽດນາມ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສິ່ງທີ່ຂ້າພະເຈົ້າມີຄວາມປິຕິຍິນດີ ແລະ ພາກພູມໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ເຮັດໃຫ້ການພັດທະນາເສດຖະກິດຫວຽດນາມຂະຫຍາຍຕົວໃນຈັງຫວະທີ່ໄວວາ ໂດຍສະເພາະປີ 2024 ເສດຖະກິດ (GDP) ຂອງຫວຽດນາມ ຂະຫຍາຍຕົວໃນລະດັບ 7.09%, ຂະໜາດພື້ນຖານເສດຖະກິດ ບັນລຸປະມານ 470 ຕື້ໂດລາ, ສາມາດຄວບຄຸມອັດຕາເງິນເຟີ້ໄດ້ຕ່ຳກວ່າ 4%, ເສດຖະກິດມະຫາພາກໝັ້ນທ່ຽງ. ຫວຽດນາມສືບຕໍ່ເປັນຈຸດໝາຍປາຍທາງທີ່ປອດໄພ ແລະ ມີຄວາມ ດຶງດູດໃຈບັນດານັກທຸລະກິດ, ຄູ່ຮ່ວມມື ແລະ ນັກລົງທຶນສາກົນ, ໄດ້ຈັດຢູ່ໃນກຸ່ມ 15 ປະເທດກໍາລັງພັດທະນາ ທີ່ສາມາດດຶງດູດການລົງທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ ດ້ວຍມູນຄ່າປະມານ 40 ຕື້ໂດລາ, ສິ່ງພົ້ນເດັ່ນອີກອັນໜຶ່ງ ແມ່ນຕົວຊີ້ວັດຄວາມຜາສຸກເພີ່ມຂຶ້ນ 11 ອັນດັບ, ຢູ່ໃນອັນດັບ 54/143 ປະເທດ ແລະ ເຂດແຄ້ວນ (ຕາມການປະເມີນຂອງ ສະຫະປະຊາຊາດ), ອັດຕາຄວາມທຸກ ຍາກເຫຼືອພຽງ 4.06%, ຫຼຸດລົງ 1.65% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ.
ໃນ 6 ເດືອນຕົ້ນປີ 2025, ເສດຖະກິດຫວຽດນາມ ມີການເຕີບໂຕເປັນໜ້າປະທັບໃຈຄືບັນລຸ 7.52% ຊຶ່ງເປັນໂຕເລກສູງສຸດໃນໄລຍະ 15 ປີຜ່ານມາ, ຍອດມູນຄ່າການສົ່ງອອກບັນລຸ 219 ຕື້ໂດລາ ເພີ່ມຂຶ້ນ 14.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ການນໍາເຂົ້າບັນລຸ ມູນຄ່າ 212 ຕື້ໂດລາ ເພີ່ມຂຶ້ນ 17.9%, ເກີນດູນການຄ້າ 7.63 ຕື້ໂດລາ ທຶນ FDI ເພີ່ມຂຶ້ນ 32.6%, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ກັບພື້ນຖານເສດຖະກິດຫວຽດນາມ. ບັນດາຜົນສຳເລັດຂອງ ສສ ຫວຽດນາມ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ບັນດາປະເທດກຳລັງພັດທະນາໃນໂລກ, ໂດຍສະເພາະ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມສ້າງຂຶ້ນນັ້ນ ສືບຕໍ່ໄດ້ຮັບການປົກປັກຮັກ ສາ ແລະ ເພີ່ມພູນຄູນສ້າງ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນໍາເອົາຜົນປະ ໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ; ການພົວພັນດ້ານການເມືອງນັບມື້ນັບສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈສູງ ຊຶ່ງເປັນບົດບາດຫຼັກແຫຼ່ງໃນການກໍານົດທິດທາງທັງໝົດຂອງການພົວພັນລະຫວ່າງສອງພັກ, ສອງລັດ ແລະ ສອງຊາດ ລາວ-ຫວຽດນາມ; ການຮ່ວມມືດ້ານເສດຖະກິດໄດ້ມີບາດກ້າວບຸກທະລຸ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີການລົງທຶນລາຍໃຫຍ່ຢູ່ລາວ ດ້ວຍຍອດມູນຄ່າການລົງທຶນຫຼາຍກວ່າ 5.8 ຕື້ໂດລາ, ໃນຂະນະດຽວກັນມູນຄ່າການຄ້າຂອງສອງຝ່າຍກໍເພີ່ມຂຶ້ນໃນທຸກໆປີ.
ວຽກງານໂຄສະນາອົບຮົມ ແລະ ໂຄສະນາສຶກສາ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໂຄສະນາແກ່ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເພື່ອໃຫ້ຄົນຮຸ່ນໜຸ່ມສອງປະເທດເປັນຜູ້ສືບທອດທີ່ດີ, ເປັນຜູ້ພິທັກປົກປ້ອງ, ຖະນຸຖະໜອມສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດການລະນານ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ, ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄະນະໂຄສະນາສຶກສາສູນກາງພັກ ຫວຽດນາມ ເພື່ອໂຄສະນາ ສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແບບພິເສດທີ່ຫາຍາກໃນການພົວພັນສາກົນ, ໜຶ່ງບໍ່ມີສອງ ຂອງພວກ ເຮົາ ໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ.
ຂໍອວຍພອນໄຊອັນປະເສີດໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການ ນໍາພາຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ໂຕເລິມ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມມັ່ງຄັ່ງເຂັ້ມແຂງ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສິວິໄລ.