Monday, September 1, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ຍົກສູງບົດບາດການນໍາພາຂອງພັກ-ຍູ້ແຮງການສ້າງ ສອຈ

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ຍົກສູງບົດບາດການນໍາພາຂອງພັກ-ຍູ້ແຮງການສ້າງ ສອຈ

ໃນໂອກາດມີຄໍາເຫັນໂອ້ລົມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໃນວັນທີ 29 ສິງຫາ 2025 ຜ່ານມາ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ແຂວງເຊກອງ ຍຶດໝັ້ນໃນອຸດົມການຂອງພັກ, ຍົກສູງບົດ ບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອວິລະຊົນ, ຍູ້ແຮງຂະບວນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ(ສອຈ); ສຶກສາອົບ ຮົມປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີ, ມີສະຕິລະວັງຕົວຕໍ່ການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງມ້າງເພທຳລາຍຄວາມສາມັກຄີ ກໍຄື ລະບອບປະຊາທິປະໄຕ ຂອງພັກເຮົາ; ສ້າງແນວຄິດຕື່ນຕົວໃນການປະຕິບັດແນວທາງ ຂອງພັກ, ແຜນນະໂຍ ບາຍຂອງລັດ; ຕ້ານ ແລະ ສະກັດກັ້ນໃຫ້ໄດ້ການສວຍໃຊ້ບັນຫາເຜົ່າ, ສາສະໜາ, ຢາເສບຕິດ, ສິດທິມະນຸດ ເພື່ອແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມຫຍຸ້ງຍາກໃນການທຳມາຫາກິນຂອງປະຊາຊົນ.

ພ້ອມນີ້, ກໍຕ້ອງສູ້ຊົນສ້າງພື້ນຖານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ກໍຄື ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ວາງແຜນພັດທະນາເຂດແຄວ້ນ ແລະ ກໍານົດເຂດການພັດທະນາຢ່າງມີຈຸດສຸມ ເພື່ອສ້າງສໍາພັນເສດຖະກິດໃຫ້ເກີດຂຶ້ນ ແລະ ແນໃສ່ທິດໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ປະກົດເປັນຈິງ; ອໍານວຍຄວາມສະດວກໃຫ້ຜູ້ປະກອບການ, ຄອບຄົວປະຊາຊົນ ຫລື ພໍ່ຄ້າຊາວຂາຍໃນການຜະລິດ ແລະ ຈໍລະຈອນສິນຄ້າ, ຫລີກເວັ້ນການສ້າງຄວາມຫຍຸ້ງຍາກ, ຫລາຍຂອດຫລາຍຂັ້ນທີ່ບໍ່ຈໍາເປັນ, ປັບປຸງບັນດາຂອດການເກັບພາສີ, ອາກອນ, ຄ່າທຳນຽມ, ຄ່າຂົນສົ່ງ…ໃຫ້ເໝາະສົມ ແລະ ໂປ່ງໃສ; ພັດທະນາຂົງເຂດວັດທະນະທໍາ-ສັງຄົມ, ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ (ດ້ານການສຶກສາ ແລະ ສາທາລະນະສຸກ), ແກ້ໄຂບັນຫາອັດຕາເຂົ້າຮຽນ, ການປະລະການຮຽນ ແລະ ປັບປຸງຍົກລະດັບຄຸນນະພາບຂອງການປິ່ນປົວ, ປະຕິບັດນະໂຍບາຍຕໍ່ພະນັກງານ, ຜູ້ທີ່ມີຜົນງານ ແລະ ມີຄຸນງາມຄວາມດີ ຕໍ່ປະເທດຊາດຕໍ່ການປະຕິວັດ ແລະ ຊ່ວຍເຫລືອບັນເທົາທຸກຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ, ປຸກລະດົມສັງຄົມເຂົ້າຮ່ວມການສົງເຄາະຊ່ວຍເຫລືອ ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດໃຫ້ດີກວ່າເກົ່າ; ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ຫລາກຫລາຍອາຊີບ ເພື່ອສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ ກໍຄື ໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງ, ສ້າງທຸກເງື່ອນໄຂໃຫ້ພົນລະເມືອງມີວຽກເຮັດງານທຳ, ກໍານົດຄ່າແຮງງານຂອງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມກົມກຽວ ສາມາດຕອບສະໜອງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ; ສືບຕໍ່ຜັນປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມຖັນແຖວສະມາຊິກພັກ-ພະນັກງານ ກໍຄື ປະຊາຊົນໃຫ້ຮັບຮູ້ ແລະ ມີສະຕິຕື່ນຕົວປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ; ສືບຕໍ່ນຳພາ ແລະ ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ; ປັບປຸງລະບົບການເມືອງໃຫ້ໜັກແໜ້ນເຂັ້ມແຂງ, ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ ແລະ ສັກສິດ, ແກ້ໄຂຄອບຄົວທຸກຍາກ, ບ້ານທຸກຍາກ ແລະ ເມືອງທຸກຍາກໃຫ້ຫລຸດຢ່າງຈະແຈ້ງ.

ສະຫາຍ ສອນໄຊ ສີພັນດອນ ຍັງເນັ້ນຕື່ມວ່າ: ອົງຄະນະພັກແຂວງເຊກອງ ພາຍໃຕ້ການນໍາພາ ຂອງຄະນະບໍລິຫານງານພັກແຂວງສະໄໝທີ XI ຕ້ອງເພີ່ມທະວີຄວາມສາມັກຄີເອກະພາບ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຍູ້ແຮງວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບການເມືອງໃຫ້ເຂັ້ມແຂງ, ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ; ແກ້ໄຂບັນດາໄພອັນຕະລາຍ ທີ່ຂົ່ມຂູ່ຕໍ່ພັກ-ຕໍ່ລັດ ໂດຍສະເພາະໄພແຫ່ງຄວາມທຸກຍາກ ແລະ ຄວາມແຕກໂຕນໃນສັງຄົມ, ໄພເສດຖະກິດ (ໜີ້ສິນ), ໄພຫຍໍ້ທໍ້ໃນສັງຄົມ, ໄພສໍ້ລາດບັງຫລວງ ແລະ ໄພອື່ນໆ… ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນທີ່ມີຕໍ່ການນໍາພາຂອງພັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments