ໃນວັນທີ 1 ກັນຍາ 2025 ນີ້, ໂຮງຮຽນແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນເປີດສົກຮຽນໃໝ່ 2025-2026 ດ້ວຍບັນຍາກາດອັນຟົດຟື້ນ. ສະເພາະ ຢູ່ນະຄອນຫລວງວຽງຈັນ ຫລາຍໂຮງຮຽນ ກໍໄດ້ຈັດພິທີເປີດສົກຮຽນໃໝ່ ຢ່າງເປັນຂະບວນການ ໂດຍສະເພາະ ໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນກ້າວໜ້າ ໄດ້ໄຂສົກຮຽນໃໝ່ ດ້ວຍບັນຍາກາດອັນຄຶກຄື້ນ ເຕັມໄປດ້ວຍຮອຍຍິ້ມ, ສຽງຫົວ ແລະ ຄວາມຕັ້ງໃຈ ຂອງບັນດານ້ອງນັກຮຽນ ທີ່ພ້ອມພຽງຮຽງໜ້າກັນ ກັບຄືນເຂົ້າມາໂຮງຮຽນ ດ້ວຍຄວາມເຕັມໃຈ ແລະ ເບີກບານມ່ວນຊື່ນ.

ທ່ານ ບຸນໄຫວ ຫລວງລາດ ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ທັງເປັນຄູສອນພາສາອັງກິດ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໂອກາດເປີດສົກ ຮຽນໃໝ່ 2025-2026 ໃນວັນທີ 1 ສິງຫາ 2025 ນີ້ວ່າ: ໃນສົກຮຽນ 2025-2026 ນີ້, ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ໄດ້ຖືສຳຄັນການຮຽນ-ການສອນທີ່ມີຄຸນນະພາບ ໂດຍເນັ້້ນ ເອົານັກຮຽນເປັນໃຈກາງ, ໃຫ້ນັກຮຽນມີສ່ວນຮ່ວມ, ມີຄວາມຄິດ, ຄວາມເຫັນ, ກ້າຖາມ-ກ້າຕອບ, ກ້າສະແດງອອກ, ບໍ່ໃຫ້ຄູເປັນຜູ້ອະທິບາຍຝ່າຍດຽວ ເພື່ອໃຫ້ສອດຄ່ອງກັບຄຳຂວັນທີ່ວ່າ: “ຮຽນໃຫ້ເກັ່ງ ເສັງໃຫ້ໄດ້ ນຳໃຊ້ໃຫ້ເປັນ”. ພ້ອມນັ້ນ, ໂຮງຮຽນໄດ້ເອົາໃຈໃສ່ດ້ານການຮຽນ-ການສອນ ໂດຍການສົ່ງຄູ-ອາຈານ ໄປຝຶກອົບຮົມການໃຊ້ປື້ມຄູ່ມືຄູ ໃນການໃຊ້ຫລັກສູດການຮຽນ-ການສອນໃໝ່ ເພື່ອເຮັດໃຫ້ການສອນຂອງຄູ ມີຄຸນນະພາບ, ພ້ອມທັງ ເນັ້ນໃຫ້ຄູ-ອາຈານ ຂຶ້ນຫ້ອງໄວລົງຊ້າ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ເຕັມເມັດເຕັມໜ່ວຍ ແລະ ມີຄຸນນະພາບ ແນໃສ່ເຮັດໃຫ້ນັກຮຽນ ໄດ້ຮັບຄວາມຮູ້ຫລາຍທີ່ສຸດ, ສ້າງນັກຮຽນໃຫ້ເຂົາເຈົ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ໄດ້ຮັບ ການສຶກສາໃຫ້ຄົບ 5 ຫລັກມູນຂອງການສຶກສາ. ນອກຈາກສອນຕາມຫລັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງເນັ້ນສອນພາສາອັງກິດ ເປັນຫລັກ ແລະ ຍັງມີສະໂມງສອນພາສາຈີນ ຕື່ມອີກ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ນັກຮຽນຫລິ້ນກິລາ ເປັນຕົ້ນ ກິລາບານແຕະ, ບານບ່ວງ ແລະ ອື່ນໆ ເພື່ອສ້າງໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ຫ່າງໄກຈາກສິ່ງເສບຕິດ ແລະ ເພື່ອສຸຂະພາບ ທີ່ແຂງແຮງ.

ທ່ານ ບຸນໄຫວ ຫລວງລາດ ຍັງໃຫ້ຮູ້ຕື່ມວ່າ: ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ກ້າວໜ້າ ມີຄູ-ອາຈານ ທັງໝົດ 30 ກວ່າຄົນ, ມີ 25 ຫ້ອງຮຽນ, ໃນສົກຮຽນ 2025-2026 ມີນັກຮຽນ ເກືອບ 900 ຄົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄູ-ອາຈານ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ຄຸ-ອາຈານ ພາຍໃນໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ກ້າວໜ້າ ນຳພາ-ຊີ້ນຳ ແລະ ເອົາໃຈໃສ່ໃນການສິດສອນ, ຖ່າຍທອດບົດຮຽນ, ສຶກສາອົບຮົມ, ສິດ-ສອນລູກຫລານ, ນ້ອງນັກຮຽນ ໃຫ້ກາຍເປັນນັກຮຽນດີ, ນັກຮຽນເກັ່ງ, ເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ພ້ອມທັງໃຫ້ເຂັ້ມງວດໃນການປະຕິບັດກົດລະບຽບ ຂອງໂຮງຮຽນວາງອອກຕໍ່ນັກຮຽນ ຢ່າງເຄັ່ງຄັດ.