Monday, September 1, 2025
Homeຂ່າວຕ່າງປະເທດຄະນະລັດຖະບານໄທ ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີ

ຄະນະລັດຖະບານໄທ ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີ

ວິທະຍຸສາກົນແຫ່ງ ສປ ຈີນ ຫລັງຈາກ ທ່ານ ນາງ ແພທອງທານ ຊິນນະວັດ ຖືກປົດຕຳແໜ່ງນາຍົກລັດຖະມົນຕີໄທ, ວັນທີ 30 ສິງຫານີ້, ຄະນະລັດຖະບານໄທ ໄດ້ຈັດກອງປະຊຸມພິເສດ, ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ, ຮອງນາຍົກລັດຖະມົນຕີ ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີໄທ. ອີງຕາມລັດຖະທຳມະນູນໄທ, ເມື່ອນາຍົກລັດຖະມົນຕີ ຖືກປົດຕຳແໜ່ງແລ້ວ, ສະມາຊິກຄະນະລັດຖະບານທັງໝົດກໍ່ຕ້ອງລາອອກຈາກຕຳແໜ່ງ, ສະພາຜູ້ແທນລາຊະດອນຈະຮັດຜິດຊອບເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ໃນຖານະທີ່ເປັນຜູ້ຮັກສາການນາຍົກລັດຖະມົນຕີ, ທ່ານ ພູມທຳ ເວດຊະຍະໄຊ ຈະນຳພາສະມາຊິກອື່ນ ໃນຄະນະລັດຖະບານ ສືບຕໍ່ປະຕິບັດໜ້າທີ່ຮັກສາການ ຈົນເຖິງຄະນະລັດຖະບານຊຸດໃໝ່ຂຶ້ນຮັບຕຳແໜ່ງຢ່າງປັນທາງການ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments