ສະຖານເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ ໄດ້ຈັັັັດງານສະເຫລີມສະຫລອງວັນຊາດ ສິງກະໂປ ຄົບຮອບ 60 ປີ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນນີ້ ໂດຍມີທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ລູເດສ ມາເນຍ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ລາວ ໄດ້ກ່າວວ່າ: ງານສະເຫລີມສະຫລອງວັນຊາດ ສິງກະໂປ ໃນປີນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ຮ່ວມກັນສ້າງສາພັດທະນາສິງກະໂປ” ເຊິ່ງເປັນຄໍາຂວັນເຕືອນໃຈພົນລະເມືອງສິງກະໂປ ທີ່ມີຄວາມຫລາກຫລາຍທາງດ້ານເຊື້ອຊາດ ໃຫ້ຮ່ວມກັນສືບຕໍ່ສ້າງສາພັດທະນາປະເທດ. ພ້ອມທັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມືກັນ ລະຫວ່າງ ສປປ ລາວ ແລະ ສິງກະໂປ ເຊິ່ງສອງປະເທດ ເປັນປະເທດທີ່ມີຄວາມຄ້າຍຄືກັນ ແລະ ເປັນຄູ່ຮ່ວມງານທີ່ໃກ້ຊິດໃນເວທີອາຊຽນ ພວກເຮົາເຮັດວຽກເພື່ອຜົນປະໂຫຍດຮ່ວມກັນ ຊຸກຍູ້ໃຫ້ເສດຖະກິດໃນພາກພື້ນຂອງພວກເຮົາ ມີການເຊື່ອມໂຍງ, ໝັ້ນຄົງ ແລະ ເປີດກວ້າງ. ນອກນັ້ນ, ຍັງໄດ້ຮ່ວມມືກັນໃນເວທີສາກົນ ຕື່ມອີກ.

ທ່ານ ລູເດສ ມາເນຍ ໃຫ້ຮູ້ອີກວ່າ: ໃນໄລຍະ 1 ປີຜ່ານມາ, ສອງປະເທດພວກເຮົາໄດ້ສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ໄດ້ມີການແລກປ່ຽນຢ້ຽມຢາມສອງຝ່າຍຂັ້ນຫົວໜ້າລັດຖະບານ ແລະ ການນໍາຂັ້ນສູງອື່ນໆ, ການພົບປະແລກປ່ຽນ ລະຫວ່າງລັດຖະບານ, ສະແດງໃຫ້ເຫັນເຖິງການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດສິງກະໂປ ແລະ ລາວ. ວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ການຝຶກອົບຮົບຮົມໃຫ້ແກ່ພະນັກງານຂອງລາວ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເປັນວຽກງານການຮ່ວມມືຫລັກຂອງພວກເຮົາ. ນັບຕັ້ງແຕ່ສ້າງຕັ້ງໂຄງການຮ່ວມມືສິງກະໂປ ຫລື SCP ໃນປີ 1992 ມີພະນັກງານຂອງລາວ ເຂົ້າຮ່ວມຝຶກອົບຮົມໃນຫລັກສູດຕ່າງໆ ທັງຢູ່ສູນຮ່ວມມື ລາວ-ສິງກະໂປ ທີ່ນະຄອນຫລວງວຽງຈັນ ແລະ ຢູ່ທີ່ສິງກະໂປ ຫລາຍກວ່າ 17.200 ຄົນ. ສິງກະໂປ ຍັງໄດ້ສະໜອງທຶນການສຶກສາ ໃຫ້ແກ່ນັກຮຽນລາວໄປຮຽນຕໍ່ຊັ້ນມັດທະຍົມ ຢູ່ສິງກະໂປ ຊຶ່ງເລີ່ມມາແຕ່ປີ 2000, ນອກຈາກການຮ່ວມມື ດ້ານວຽກງານພັດທະນາຊັບພະຍາກອນມະນຸດແລ້ວ ສິງກະໂປ ຍັງເຮັດວຽກຮ່ວມມືກັບ ສປປ ລາວ ໃນດ້ານອື່ນໆ ເຊັ່ນ: ພະລັງງານສະອາດພາຍໃຕ້ໂຄງການທົດລອງຊື້-ຂາຍໄຟຟ້າລາວ-ໄທ-ມະເລເຊຍ-ສິງກະໂປ ຊຶ່ງເປັນຄວາມພະຍາຍາມ ເພື່ອກ້າວໄປສູ່ແຜນງານຕາຂ່າຍພະລັງງານອາຊຽນ, ການຮ່ວມມືການປ່ຽນແປງດິນຟ້າອາກາດ, ສິນເຊື່ອກາກບອນ ຕາມມາດຕາ 6 ຂອງສົນທິສັນຍາປາລີ, ຮ່ວມມືດ້ານເຕັກໂນໂລຊີ, ຮ່ວມມືພັດທະນາ ເຄື່ອງມືດີຈິຕອນເພື່ອຮັບໃຊ້ສັງຄົມ ແລະ ການຝຶກອົບຮົມນໍາໃຊ້ລະບົບປັນຍາປະດິດ ແປພາສາທີ່ຫລາກຫລາຍ ໃຫ້ແກ່ພາກພື້ນພວກເຮົາ, ການຮ່ວມມືຕ້ານອາຊະຍາກຳຂ້າມຊາດ. ນອກນັ້ນ, ຍັງໄດ້ຮ່ວມມືໃນວຽກງານສາທາລະນະສຸກ ຕື່ມອີກ.