ໃນລະຫວ່າງວັນທີ 26-29 ສິງຫາ 2025 ຜ່ານມານີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 12 ແລະ ກອງປະຊຸມກ່ຽວຂ້ອງ (ຮູບແບບທາງໄກ) ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍມາດຕະການການປົກປ້ອງສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ຢູ່ໃນປະຊາຄົມອາຊຽນ” ໂດຍການເປັນເຈົ້າພາບ ແລະ ເປັນປະທານ ຂອງ ທ່ານ ແຊວວິນ (Soe Win) ລັດຖະມົນຕີ ກະຊວງສະຫວັດດີການສັງຄົມ, ບັນເທົາທຸກ ແລະ ການຍົກຍ້າຍຈັດສັນ ສະຫະພາບມຽນມາ, ມີບັນດາລັດຖະມົນຕີ ທີ່ຮັບຜິດຊອບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາ ຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ ບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະເທດຕີມໍແລສເຕໃນນາມປະເທດສັງເກດການ ເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ພິຈາລະນາຫລາຍບັນຫາ ທີ່ຕິດພັນກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ເປັນຕົົ້ນ ໄດ້ຮັບຊາບບັນດາຂໍ້ຕົກລົງຕ່າງໆຂອງຜູ້ນໍາອາຊຽນ ຕິດພັນກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມ ແລະ ກອງປະຊຸມກ່ຽວຂ້ອງອື່ນໆຜ່ານມາ. ກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລືບັນຫາສໍາຄັນຕ່າງໆ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນງານ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2021-2025, ການແລກປ່ຽນທັດສະນະຍຸດທະສາດ ແລະ ແຜນປະຕິບັດງານໄລຍະຫລັງປີ 2025 ເພື່ອສ້າງແຜນພັດທະນາວຽກງານ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໄລຍະ 2026-2030 ໂດຍສະເພາະ ການແລກປ່ຽນທັດສະນະ ຕິດພັນກັບຫົວຂໍ້ກອງປະຊຸມ ຄື “ເສີມຂະຫຍາຍມາດຕະການປົກປ້ອງສັງຄົມຕໍ່ກຸ່ມດ້ອຍໂອກາດ ໃນປະຊາຄົມອາຊຽນ”. ໃນກອງປະຊຸມຄັັ້ງນີ້ ຍັງໄດ້ຮ່ວມກັນຮັບຮອງກົນໄກ ການປະຕິບັດງານທີ່ໄດ້ປັບປຸງຄືນໃໝ່ ຂອງກອງປະຊຸມຕ່າງໆ ເປັນຕົ້ນ ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AMMSWD); ກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (SOMSWD); ເວທີປຶກສາຫາລືເດັກອາຊຽນ (AFC); ເຄືອຂ່າຍຂອງຜູ້ຊ່ຽວຊານ ການປະກອບທຸລະກິດອາຊຽນ (NIEA); ການມອບລາງວັນດີເດັ່ນສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ (AOSWADA) ແລະ ຍຸດທະສາດ ເພື່ອດໍາເນີນແຜນແມ່ບົດຂອງຊຽນ 2025: ການເຊື່ອມສານ ສິດທິຂອງຄົນພິການອາຊຽນ ເຂົ້າສູ່ວິໄສທັດປະຊາຄົມອາຊຽນ 2045.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ກໍຄື ປະເທດຄູ່ຮ່ວມເຈລະຈາອາຊຽນ ຮ່ວມກັນເອົາໃຈໃສ່ວຽກງານສົ່ງເສີມ ແລະ ປົກປ້ອງສິດທິ ຂອງກຸ່ມຄົນດ້ອຍໂອກາດຂອງສັງຄົມ ກໍຄື ໃນອາຊຽນ, ເພີ່ມທະວີການຮ່ວມມື, ຊ່ວຍເຫລືອ ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານດັ່ງກ່າວ, ລວມທັງການລະດົມຊອກຫາແຫລ່ງທຶນ ແລະ ການຊ່ວຍເຫລືອດ້ານເຕັກນິກວິຊາການ ເພື່ອຈັດຕັ້ງປະຕິບັດວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ໂດຍສະເພາະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມໃຫ້ຫລາຍຂຶ້ນ.
ໂອກາດນີ້, ສປປ ລາວ ໄດ້ມີຄໍາເຫັນແລກປ່ຽນທັດສະນະ ທີ່ຕິດພັນກັບຫົວຂໍ້ກອງປະຊຸມ, ຊຶ່ງເນື້ອໃນສຳຄັນ ແມ່ນການນໍາສະເໜີນະໂຍບາຍ ຂອງລັດຖະບານໃນການຊຸກຍູ້ ແລະ ສະໜັບສະໜູນ ການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ທີ່ຈະຍົກສູງຄຸນນະພາບຊີວິດຂອງກຸ່ມຄົນດ້ອຍໂອກາດ ໃນອາຊຽນ ກໍຄື ຢູ່ ສປປ ລາວ ຜ່ານການຮ່ວມມືກັນ ໃນການປະຕິບັດກິດຈະກໍາຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາໃນສັງຄົມ, ການປົກປ້ອງສົົ່ງເສີມສິດທິມະນຸດ, ການປົກປ້ອງຊ່ວຍເຫລືອແກ່ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ຜູ້ພິການ ທີ່ເປັນກຸ່ມຄົນດ້ອຍໂອກາດ ເພື່ອໃຫ້ພວກເຂົາ ໄດ້ເຂົ້າເຖິງການບໍລິການດ້ານນະໂຍບາຍ ປົກປ້ອງສັງຄົມຂັ້ນພື້ນຖານຢ່າງເທົ່າທຽມ, ພຽງພໍ, ມີປະສິດທິພາບ ແລະ ມີຄວາມຍືນຍົງ ໂດຍສະເພາະ ດ້ານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ.
ຂໍ້ມູນຂ່າວ: ກະຊວງ ຮສສ