Thursday, August 28, 2025
Homeຂ່າວຕ່າງປະເທດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ...

ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid)

ໃນພິທີ, ໄດ້ມີການສະແດງສິລະປະ ເພື່ອເຊີດຊູຜົນງານແຫ່ງຊາດຫວຽດນາມ. ຈາກນັ້ນ, ສະຫາຍ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໄດ້ຂຶ້ນລາຍງານການກະກຽມງານວາງສະແດງດັ່ງກ່າວ; ສະຫາຍ ຟ້າມມິງຈິງ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຂຶ້ນກ່າວເປີດງານວ່າ: ໃນບັນຍາກາດທີ່ຄຶກຄື້ນ, ຄວາມສະຫງ່າອົງອາດຂອງບັນດາວັນສຳຄັນ ໃນລະດູໃບໄມ້ຫຼົ່ນ ແຫ່ງປະຫວັດສາດ, ທົ່ວປະເທດໄດ້ຄຶກຄື້ນທີ່ຈະສະເຫຼີມສະຫຼອງ ຄົບຮອບ 80 ປີ ວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ ວິລະຊົນ, ວັນແຫ່ງການປະຕິວັດເດືອນສິງຫາ ທີ່ໄດ້ປະສົບຜົນສຳເລັດ ແລະ ວັນຊາດ 2 ກັນຍາ ທີ່ນະຄອນຫຼວງຮ່າໂນ້ຍວິລະຊົນ, ວັດທະນະທໍາພັນປີ, ໝາກຫົວໃຈຂອງທັງຊາດ-ນະຄອນ ເພື່ອສັນຕິພາບ-ນະຄອນຫຼວງຂອງມະໂນທໍາ ແລະ ກຽດສັກສີຂອງມະນຸດ, ພວກເຮົາໄດ້ຈັດພິທີເປີດງານວາງສະແດງຜົນງານແຫ່ງຊາດ ພາຍໃຕ້ຫົວຂໍ້ “80 ປີແຫ່ງເອກະລາດ-ເສລີພາບ-ຄວາມສຸກ” ຢ່າງສະຫງ່າຜ່າເຜີຍ ຢູ່ສູນວາງສະແດງແຫ່ງຊາດ-ໜຶ່ງສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ເປັນພື້ນທີ່ເປີດກວ້າງ, ມີພື້ນຖານໂຄງລ່າງຄົບຊຸດ ແລະ ເຕັກໂນໂລຊີທີ່ກ້າວໜ້າ.

ງານວາງສະແດງດັ່ງກ່າວ, ແມ່ນຈັດໃນລະຫວ່າງວັນທີ 28 ສິງຫາ ຫາ 5 ກັນຍາ 2025 ຊຶ່ງເນື້ອໃນຂອງການວາງສະແດງໃນງານແມ່ນສຸມໃສ່ນໍາສະເໜີບັນດາຜົນງານທີ່ພົ້ນເດັ່ນຂອງປະເທດຊາດໃນ 80 ປີແຫ່ງການກໍ່ສ້າງ ແລະ ພັດທະນາໃນຂົງເຂດຕ່າງໆ ເປັນຕົ້ນແມ່ນຂົງເຂດທີ່ເປັນຈຸດສຳຄັນຄື: ອຸດສາຫະກຳ-ເຕັກໂນໂລຊີ, ການຄ້າ-ການລົງທຶນ, ກະສິກຳ ແລະ ພັດທະນາຊົນນະບົດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສາທາລະນະສຸກ, ການສຶກສາ, ວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ.

ວັດທະນະທໍາຫວຽດນາມ-ປະເທດຊາດ-ຜູ້ຄົນກັບມູນເຊື້ອວັດທະນະທໍາ 4,000 ປີ ແຫ່ງປະຫວັດສາດ; ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງ 54 ຊົນເຜົ່າ, ຄວາມອຸດົມສົມບູນຂອງຊັບພະຍາກອນ, ວັດຖຸພັນຂອງສາມພາກ (ພາກເໜືອ, ພາກກາງ, ພາກໃຕ້), ບັນດາສະຖາປັດຕະຍະກໍາທີ່ພົ້ນເດັ່ນໃນເມື່ອກ່ອນ ແລະ ປັດຈຸບັນໃນທົ່ວປະເທດ.

ບັນດາອຸດສາຫະກຳສີຂຽວ ແລະ ການເດີນທາງແຫ່ງການຫັນປ່ຽນສີຂຽວ, ຫັນເປັນດີຈີຕອນຂອງຫວຽດນາມ, ອຸດສາຫະກຳການບິນ ແລະ ອາວະກາດຂອງຫວຽດນາມ; ອຸດສາຫະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຫວຽດນາມ; ພື້ນທີ່ 12 ຂະແໜງອຸດສາຫະກໍາວັດທະນະທໍາຂອງຫວຽດນາມ.

ລວມພື້ນທີ່ທີ່ໃຊ້ໃນການວາງສະແດງ ທັງຢູ່ໃນອາຄານ ແລະ ເດີນກາງແຈ້ງ ທີ່ສູນວາງສະແດງແຫ່ງຊາດ ໃນເນື້ອທີ່ 250,900.6 ຕາແມັດ; ມີການເຂົ້າຮ່ວມຂອງ 34 ແຂວງ/ນະຄອນ, 28 ກະຊວງ/ອົງການ, ມີຫຼາຍກວ່າ 230 ຫ້າງຮ້ານ ແລະ ມີ 106 ວິສາຫະກິດຂອງລັດ ແລະ ເອກະຊົນ ເຂົ້າຮ່ວມວາງສະແດງ.

(ຂ່າວ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments